ເມືອງເຊໂປນມີຫຼາຍກວ່າ 3.000 ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ

ເມືອງເຊໂປນມີຫຼາຍກວ່າ 3.000 ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ

ກຳມະການກົມການເມືອງສູນ ກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະ ແລະ ນັກທຸລະກິດໄດ້ ມອບເຄື່ອງອຸປະໂພກ ແລະ ບໍລິໂພກເພື່ອຊ່ວຍເຫຼືອ  ຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງເຊໂປນ  ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ຢູ່ທີ່ເເຂວງ ສະຫວັນນະເຂດ ໂດຍເຈົ້າແຂວງສະຫວັນນະເຂດ ທ່ານສັນຕິພາບ ພົມວິຫານ ເປັນຜູ້ຕາງໜ້າຮັບ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມເຂົ້າສານ 38 ໂຕນ, ນໍ້າດື່ມ, ໝີ່, ປາກະປ໋ອງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະເງິນສົດ 52 ລ້ານກີບ, ລວມມູນຄ່າ ທັງໝົດ 347 ລ້ານກວ່າກີບ ໂດຍການປະສ່ວນຂອງຄະນະພັກ, ອົງການ ປົກຄອງ, ນັກທຸລະກິດ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ.
 ເມືອງເຊໂປນ ມີ ບ້ານ ທີ່ຖືກນໍ້າຖ້ວມ 51 ບ້ານ, ເຮືອນ 2.859 ຫຼັງ, ຈຳນວນ 3.266 ຄອບຄົວ, ເນື້ອ ທີ່ນາຖືກນໍ້າຖ້ວມ 2.205 ເຮັກຕາ, ສວນປູກເຂົ້າ 1.560 ເຮັກຕາ, ສວນກ້ວຍ1.560 ເຮັກຕາ, ສວນມັນຕົ້ນ 52 ເຮັກຕາ, ໜອງປາ 271 ໜອງ, ຄວາຍ ຕາຍ 6 ໂຕ, ງົວຕາຍ 116 ໂຕ, ແບ້ 302 ໂຕ, ນໍ້າຖ້ວມສຸກ ສາລາ 4 ແຫ່ງ, ຖ້ວມວິດຖ່າຍ 961 ໜ່ວຍ, ນໍ້າບາດານ 1 ພັນກວ່າບໍ່, ໂຮງຮຽນ 21 ຫຼັງ ແລະ ພື້ນຖານຕ່າງໆເຊັ່ນ: ເສັ້ນທາງ, ຂົວ, ທໍ່, ລະບົບຊົນລະປະທານ ຖືກຕັດຂາດ ແລະ ເປ່ເພຈໍານວນໜຶ່ງ.

ຂ່າວ-ພາບ: ສພຂ

 

Related Articles

Leave a Reply