ໂຄງການກໍ່ສ້າງບ້ານຈັດສັນໃໝ່ ເມືອງ ປາກແບງ ສຳເລັດແລ້ວ 25%

ໂຄງການກໍ່ສ້າງບ້ານຈັດສັນໃໝ່ ເມືອງ ປາກແບງ ສຳເລັດແລ້ວ 25%

ໂຄງການກໍ່ສ້າງບ້ານຈັດສັນໃໝ່ ເພື່ອຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ບ້ານຕອງ ເມືອງ ປາກແບງ ແຂວງອຸດົມໄຊທີ່ ໄດ້ເລີ່ມຕົ້ນຈັດຕັ້ງ ປະຕິບັດມາແຕ່ເດືອນ ມິນາ 2020 ນັ້ນ ມາຮອດປັດຈຸບັນນີ້ ບັນດາໜ້າວຽກທັງໝົດແມ່ນປະຕິບັດສຳເລັດແລ້ວ 25% ຊຶ່ງໃນນັ້ນໄດ້ສ້າງເຮືອນ ຢູ່ອາໄສ ຂອງປະຊາຊົນ ຈຳນວນ 24 ຫຼັງ.
ເມື່ອບໍ່ດົນມານີ້, ເຈົ້າແຂວງອຸດົມໄຊ, ທ່ານ ປອ ຄຳພັນ ເຜີຍຍະວົງ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ ໄດ້ໄປຢ້ຽມຢາມເບິ່ງຄວາມຄືບໜ້າຂອງໂຄງການດັ່ງກ່າວ ຊຶ່ງ ປະກອບມີບັນດາຫນ້າ ວຽກສໍາຄັນ ເຊັ່ນ:  ການກໍ່ສ້າງເສັ້ນທາງ, ກໍ່ສ້າງນ້ຳລິນ, ກໍ່ສ້າງຕາຂ່າຍໄຟຟ້າ, ສ້ອມແປງໂຮງໝໍນ້ອຍ, ສ້ອມແປງ ແລະ ຕໍ່ເຕີມ ອາຄານ ໂຮງຮຽນ, ກໍ່ສ້າງຫ້ອງການບ້ານ, ຕະຫຼາດຊຸມຊົນ ແລະ ອື່ນໆ, ລວມມູນຄ່າການກໍ່ສ້າງ ທັງໝົດ 9.831,000 ໂດລາ ໂດຍແມ່ນ ບໍລິສັດ ລາວຊິນຫຼົງ ອຸດສາຫະກໍາບໍ່ແຮ່ ຈໍາກັດ ເປັນຜູ້ໃຫ້ທຶນໃນໂຄງການກໍ່ສ້າງດັ່ງກ່າວ.

ຂ່າວ: ແຂວງ ອຸດົມໄຊ

Related Articles

Leave a Reply