ສະມາຄົມລາວ-ໄທ ມອບອຸປະກອນການແພດຕ້ານພະຍາດໂຄວິດ-19 ໃຫ້ລັດຖະບານລາວ

ສະມາຄົມລາວ-ໄທ ມອບອຸປະກອນການແພດຕ້ານພະຍາດໂຄວິດ-19 ໃຫ້ລັດຖະບານລາວ

ສະມາຄົມລາວ-ໄທ ມອບອຸປະກອນການແພດກ່ຽວກັບການປ້ອງກັນ  ການແຜ່ ລະບາດ ຂອງພະຍາດໂຄວິດ-19 ໃຫ້ແກ່ລັດຖະບານລາວ ໂດຍຜ່ານສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ເປັນຕົວແທນມອບຊຶ່ງໄດ້ມີພິທີມອບຮັບມື່ອບໍ່ດົນມານີ້ ເພື່ອເປັນຂອງຂວັນຂອງການສະເຫຼີມສະຫຼອງວັນແຫ່ງການ ພົວພັນທາງການທູດ ໄທ – ລາວ ໃນປີ 2020,  ຄົບຮອບ 70 ປີ (ວັນທີ 19 ທັນວາ 1950-19 ທັນວາ 2020).

ອຸປະກອນທາງການແພດດັ່ງກ່າວ, ປະກອບດ້ວຍຕູ້ກວດເຊື້ອ ໂຄວິດ-19 2019 ແບບຄວາມດັນບວກ ຈຳນວນ 4 ຕູ້, ເຄື່ອງວັດອຸນຫະພູມຮ່າງກາຍ ຈຳນວນ 4 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈແບບສຸກເສີນຈຳນວນ 10 ເຄື່ອງ ແລະ ຊຸດສຳລັບເຮັດແຂ້ວ ຫຼື ຝ່າຕັດ 5 ຊຸດ ຊຶ່ງຜະລິດໂດຍສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ລວມມູນຄ່າຫຼາຍກວ່າ 1,2 ລ້ານບາດ.

 ຂໍ້ມູນ-ພາບ: ສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ

Related Articles

Leave a Reply