ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະ ທະນາຄານໂລກ ໄດ້ລົງນາມສັນຍາກູ້ຢືມເງິນຈໍານວນ 40 ລ້ານໂດລາສະຫະລັດ ສະໜອງທຶນສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອຊ່ວຍບັນດາທຸລະກິດສາມາດຟື້ນຕົວໃນເບື້ອງຕົ້ນ ເພື່ອຫຼຸດພົ້ນຈາກພາວະເສດຖະກິດຖົດຖອຍ, ໃນຮູບແບບການສະໜອງສິນເຊື່ອສຳລັບ MSMEs ເພື່ອໃຫ້ຜູ້ປະກອບທຸລະກິດໃນໄລຍະວິກິດແຜ່ລະບາດພະຍາດໂຄວິດ-19 ໄດ້ຟື້ນຕົວໃນເບື້ອງຕົ້ນ ຫຼື ລົງທຶນໃນອຸປະກອນໃໝ່ ຫຼື ການຂະຫຍາຍໂຮງຈັກໂຮງງານ.
ສໍາລັບ ການສະໜອງທຶນດັ່ງກ່າວ ຜ່ານໂຄງການການເຂົ້າເຖິງແຫຼ່ງທຶນເພື່ອໃຫ້ການຊ່ວຍເຫຼືອແບບສຸກເສີນ ແລະ ການຟື້ນຟູຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຊຶ່ງເປັນການຮ່ວມເຮັດວຽກກັບກະຊວງອຸດ ສາຫະກໍາ ແລະ ການຄ້າ ແລະ ບັນດາທະນາຄານທຸລະກິດພາຍໃນປະເທດ, ເພື່ອສະໜອງສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ພົບຄວາມຫຍຸ້ງຍາກໃນການຮັບມືກັບສະພາບເສດຖະກິດຖົດຖອຍອັນເປັນຜົນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.
ໂຄງການໃໝ່ນີ້ ຈະສະໜອງແຫຼ່ງທຶນໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຈະເຮັດໜ້າທີ່ປ່ອຍ ກູ້ຕໍ່ໃຫ້ບັນດາວິສາຫະກິດທີ່ສົນໃຈ, ໃນນັ້ນ ທະນາຄານໂລກຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອ ສ້າງຂີດຄວາມສາມາດໃຫ້ທະນາຄານແຫ່ງສປປ ລາວ ໃນການຄຸ້ມຄອງກົນໄກຄໍ້າປະກັນສິນເຊື່ອ ເຊິ່ງຈະຊ່ວຍຫຼຸດຜ່ອນຄວາມສ່ຽງດ້ານສິນເຊື່ອທີ່ຕິດພັນກັບເງິນກູ້ທີ່ປ່ອຍໃຫ້ພາຍໃຕ້ໂຄງການດັ່ງກ່າວ, ຍັງເປັນການຊ່ວຍໃຫ້ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການສາມາດສືບຕໍ່ສະໜອງການເຂົ້າເຖິງແຫຼ່ງທຶນໄດ້.
ພ້ອມກັນນັ້ນ, ໂຄງການຍັງຈະສະໜອງການຊ່ວຍເຫຼືອທາງດ້ານວິຊາການເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາທະນາຄານທຸລະກິດ, ທຸລະກິດຂະໜາດນ້ອຍ, ກະຊວງ ອຸດສາຫະກໍາ ແລະການຄ້າ ແລະ ບັນດາສະຖາບັນອື່ນໆ ທີ່ເຂົ້າຮ່ວມໂຄງການ.
ພິທີລົງນາມສັນຍາດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 11 ພະຈິກ 2020 ທີ່ກະຊວງການເງິນ, ລະຫວ່າງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ບຸນໂຈມ ອຸບົນປະເສີດ ແລະ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ທ່ານ ນິໂກລາ ປອນຕາລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂໍ້ມູນ: ກະຊວງການເງິນ

