ຍົກລະດັບຄວາມຮູ້ໃຫ້ພະນັກງານນໍາ ທ່ຽວ ກຽມຕ້ອນຮັບການນໍາຂັ້ນສູງ ທີ່ຈະຂຶ້ນພິຊິດຈອມພູເບ້ຍ ໃນມໍ່ໆນີ້

ຍົກລະດັບຄວາມຮູ້ໃຫ້ພະນັກງານນໍາ ທ່ຽວ ກຽມຕ້ອນຮັບການນໍາຂັ້ນສູງ ທີ່ຈະຂຶ້ນພິຊິດຈອມພູເບ້ຍ ໃນມໍ່ໆນີ້

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ ໃຫ້ພະນັກງານ ນໍາທ່ຽວ, ຮຽນຮູ້ທົ່ວໄປກ່ຽວກັບການ ນໍາທ່ຽວ, ຮຽນຮູ້ຂໍ້ມູນສໍາຄັນທີ່ກ່ຽວພັນ ກັບພູເບ້ຍ ແລະ ຄວາມຮູ້ພື້ນຖານຂອງ ແຫຼ່ງທ່ອງທ່ຽວ ທີ່ກໍານົດເປັນຈຸດທ່ອງທ່ຽວ ລວມທັງໄດ້ຮຽນຮູ້ຊີວະນາໆພັນ, ສັດປ່າ ແລະ ອື່ນໆ ເພື່ອກຽມພ້ອມຕ້ອນຮັບການນໍາຂັ້ນສູງ ທີ່ຈະຂຶ້ນພິຊິດຈອມພູເບ້ຍໃນມໍ່ໆນີ້.

ພ້ອມດຽວກັນ, ການຝຶກອົບຮົມຄັ້ງນີ້, ຍັງແນໃສ່ການການສຶກສາຂໍ້ມູນທາງດ້ານປະຫວັດສາດ ແລະ ຄວາມເປັນມາ ຂອງແຂວງ ແລະ ພູເບ້ຍ ເພື່ອກໍາໃຫ້ໄດ້ເປົ້າໝາຍຂອງທໍາມະຊາດ, ວັດທະນະທໍາ ແລະ ອະລິຍະທໍາ ແບບມີສ່ວນຮ່ວມຂອງຊຸມຊົນ, ການປົກປັກຮັກສາທໍາມະຊາດ ໃຫ້ແກ່ນັກທ່ອງທ່ຽວໄດ້ສຶກສາ ແລະ ຄົ້ນຄວ້າ, ຮັບຮູ້ ເຖີງຄວາມງົດງາມຂອງທໍາມະຊາດ, ປະຫວັດສາດ ທີ່ມີຢູ່ໃນແຫຼ່ງທ່ອງທ່ຽວ ພູເບ້ຍ ຊຶ່ງເມື່ອໄດ້ມາທ່ອງທ່ຽວແລ້ວກໍຢາກໃຫ້ນັກທ່ອງທ່ຽວກັບຄືນມາທ່ຽວຕື່ມອີກ.

ສໍາລັບການຝຶກອົບຮົມຄັ້ງນີ້ ມີນັກສຳມະນາກອນເຂົ້າຮ່ວມປະມານ 10 ກ່ວາຄົນ ທີ່ມາຈາກຂະແໜງທ່ອງທ່ຽວ ເມືອງອານຸວົງ ແລະ ນັກສຶກສາທີ່ມາຈາກຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍມີອາຈານສອນຈາກຄະນະວິທະຍາສາດສັງຄົມ ມຊ.

ການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2020 ແລະ ໃຊ້ເວລາ 1 ວັນ, ທີ່ພະແນກຖະແຫຼງຂ່າວ,  ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ໂດຍໄດ້ຮັບທຶນສະໜັບສະໜູນຈາກ ບໍລິສັດກຸ່ມ ຄໍາໄພຊະນະ.

ພາບ-ຂ່າວ: ຈນທ

Related Articles

Leave a Reply