ປະຊາຊົນເຂດພາກກາງ, ພາກໃຕ້ ແລະ ພາກເໜືອດ້ານຕາເວັນອອກກຽມຮັບມືກັບພະຍຸໝຸນເຂດຮ້ອນ ວາມກໍ (STS VAMCO)

ປະຊາຊົນເຂດພາກກາງ, ພາກໃຕ້ ແລະ ພາກເໜືອດ້ານຕາເວັນອອກກຽມຮັບມືກັບພະຍຸໝຸນເຂດຮ້ອນ ວາມກໍ (STS VAMCO)

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການເຕືອນໃນຕອນເຊົ້າວັນທີ 12 ພະຈິກ 2020 ນີ້ເຖິງປະຊາຊົນແຂວງເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງໃຫ້ກຽມຮັບມືກັບພະຍຸ ວາມກໍ ຫົວທີ 20 ສໍາລັບປີ 2020 ນັບແຕ່ວັນທີ 15 -17 ພະຈິກ 2020 ນີ້, ຍ້ອນວ່າອິທິພົນຂອງພະຍຸດັ່ງກ່າວຈະເຮັດໃຫ້ມີຝົນຕົກປານກາງ ຫາຕົກໜັກພ້ອມມີລົມພັດແຮງ ແລະ ອາດຈະກໍ່ໃຫ້ເກີດນໍ້າຖ້ວມຊູ, ດິນເຈື່ອນກະທັນຫັນ, ຕົ້ນໄມ້ຫັກລົ້ມ ແລະ ອື່ນໆ. 

ພະຍຸດັ່ງກ່າວ ຄາດວ່າຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມໃນຕອນກາງຄືນຂອງວັນທີ 14 ພະຈິກ 2020 ແລະ ຈະສືບຕໍ່ເຄື່ອນທີ່ ຜ່ານບັນດາແຂວງດັ່ງກ່າວນັບແຕ່ວັນທີ 15-17 ພະຈິກ 2020 ນີ້.

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

Related Articles

Leave a Reply