ບັນດາຜູ້ນໍາອາຊຽນ ແລະ ສ.ເກົາຫຼີ ໄດ້ຕົກລົງຮັບຮອງເອົາແຜນປະຕິບັດງານ ຫຼື ແຜນການຮ່ວມມື ສະບັບໃໝ່ ໄລຍະ 2021-2025 ທີ່ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 21 ແບບທາງໄກ ໂດຍຜ່ານລະບົບວີດີໂອອອນລາຍ ທີ່ໄດ້ຈັດຂຶ້ນມື້ວັນທີ 12 ພະຈິກທີ່ຜ່ານມາ, ຊຶ່ງຕາງໜ້າລັດຖະບານລາວໂດຍທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ການຮ່ວມມືລະຫວ່າງອາຊຽນ ແລະ ສ.ເກົາຫຼີ ຈະເລັ່ງໃສ່ການຮ່ວມມືກ່ຽວກັບວຽກງານສາທາລະນະສຸກ ໂດຍເນັ້ນໃສ່ການສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ, ການທ່ອງທ່ຽວ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດ ທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ແລະ ອື່ນໆ.
ຂໍ້ມູນ: ສຸພະສະຫວັນ

