ຜູ້ນໍາແມ່ຍິງອາຊຽນມີບົດບາດສຳຄັນເຂົ້າໃນຂະບວນ ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ  ແລະ ໃນໂລກ

ຜູ້ນໍາແມ່ຍິງອາຊຽນມີບົດບາດສຳຄັນເຂົ້າໃນຂະບວນ ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ແລະ ໃນໂລກ

 ‘‘ບົດບາດຂອງແມ່ຍິງໃນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມໜຽວແໜ້ນ, ເຂັ້ມແຂງ, ຍືນຍົງ ແລະ ຮອບດ້ານ ຫຼັງໂຄວິດ-19’’ ຖືກຍົກມາເປັນຫົວຂໍ້ສົນທະນາ ແລະ ປຶກສາຫາລື ທີ່ກອງປະຊຸມຜູ້ນຳແມ່ຍິງອາຊຽນຄັ້ງທຳອິດ (ແບບທາງໄກ) ທີ່ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2020 ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໂດຍມີບັນດາຜູ້ນຳອາຊຽນ, ຕາງໜ້າຜູ້ນຳແມ່ຍິງອາຊຽນ, ຜູ້ຊ່ວຍພິເສດເລຂາທິການໃຫຍ່ ສປຊ ດ້ານການເງິນ ເພື່ອການພັດທະນາ, ຕາງໜ້າທະນາຄານໂລກ ເຂົ້າຮ່ວມ.
ສຳລັບຕາງໜ້າຜູ້ນຳແມ່ຍິງລາວ ໂດຍທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
 ທີ່ກອງປະຊຸມທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ແລກປ່ຽນຄຳຄິດເຫັນກັບຜູ້ນຳແມ່ຍິງອາຊຽນ ໂດຍໄດ້ເນັ້ນໜັກສະເພາະແມ່ນບົດບາດການນຳພາຂອງແມ່ຍິງ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການເພີ່ມທະວີການສົ່ງເສີມບົດບາດຂອງ ແມ່ຍິງໃນແຕ່ລະຂົງເຂດວຽກງານ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແມ່ຍິງພາຍຫຼັງໂຄວິດ-19.
 ໃນກອງປະຊຸມດັ່ງກ່າວ, ບັນດາຜູ້ນຳອາຊຽນ ໄດ້ຍົກໃຫ້ເຫັນບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ  ແລະ ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມເຂົ້າໃນຂະບວນການລວມຂອງອາຊຽນ, ໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.
ສຳລັບແຜນການໃນຕໍ່ໜ້າ, ອາຊຽນ ເຫັນດີສືບຕໍ່ເຊື່ອມສານບົດບາດຂອງແມ່ຍິງ ເຂົ້າໃນວຽກງານ ແລະ ກິດຈະກຳຕ່າງໆຂອງອາຊຽນ ລວມທັງ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ເພື່ອແນໃສ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງຂອງແມ່ຍິງ ໂດຍສ້າງເງື່ອນໄຂ ແລະ ກາລະໂອກາດ ໃນການສ້າງຂີດຄວາມສາມາດໃຫ້ແກ່ແມ່ຍິງ, ສ້າງວຽກເຮັດງານທຳ ແລະ ການເຂົ້າເຖິງແຫຼ່ງທຶນ ກໍຄື ເຕັກໂນໂລຊີທັນສະໄໝ ໂດຍສະເພາະ ໃນຍຸກດິຈິຕອນ ຫຼື ອຸດສຫະກຳ 4.0. ອາຊຽນ ເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ແລະ ສ້າງເຄືອຂ່າຍລະຫວ່າງແມ່ຍິງອາຊຽນ ກັບບັນດາອົງກອນແມ່ຍິງພາຍໃຕ້ຂອບອົງການສະຫະປະຊາຊາດ ແລະ ອົງກອນແມ່ຍິງ ໃນພາກພື້ນອື່ນໆໃນຂອບເຂດທົ່ວໂລກ.

ຂ່າວ: ສຸພະສະຫວັນ 

ຮູບ: ຂັນໄຊ

Related Articles

Leave a Reply