ຈາກເຫດການທີ່ກອງຫຼອນບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນໄດ້ຂີ່ລົດໄລ່ຄົນຂີ້ລັກ ຫຼື ໂຈນທີ່ລັກເຄື່ອງ ແລະ ຂີ່ລົດຮຸນໃດຫຼົບໜີ ໃນວັນທີ 11 ພະຈິກ ເວລາ 16 ໂມງ 30 ແຕ່ສາມແຍກໄຟແດງ ບ້ານດົງຄໍາຊ້າງ ລົງມາຕາມເສັ້ນທາງດົງຄໍາຊ້າງ-ໜອງໄຮ ຊຶ່ງລົດໂຈນໄດ້ໄປຕໍາລົດຈັກລົດນັກຮຽນໃນເວລາທີ່ຂັບຂີ່ມາແຕ່ບ້ານໜອງໄຮ ແລະ ລົດໂຈນກໍ່ໄດ້ໄປດາດກັບລົດຮຸນໃດນ້ອຍອີກຄັນໜຶ່ງຍ້ອນຂີ່ໄວ. ຮອດມື້ນີ້ວັນທີ 13 ພະຈິກ 2020 ຍັງບໍ່ສາມາດຈັບໂຈນໄດ້ເທື່ອ ແລະ ບໍ່ຮູ້ວ່າມີຈັກຄົນ ແລະ ເຈົ້າໜ້າທີ່ກໍາລັງຊອກຫາເບາະແສຕາມກ້ອງວົງຈອນປິດຕ່າງໆ ເພາະຫຼັງຈາກຕໍາແລ້ວໂຈນໄດ້ຂີ່ລົດຫຼົບໜີໄປຕາມເສັ້ນທາງກາແພງເມືອງ ຫຼື T4.
ຈາກອຸບັດເຫດໃນຄັ້ງນີ້ໂຊກດີບໍ່ມີຜູ້ເສຍຊີວິດ ໂດຍນັກຮຽນໄດ້ຮັບບາດເຈັບທີ່ແຂນ-ຂາ ຍັງນອນຮັກສາຕົວຢູ່ໂຮງໝໍ, ລົດຈັກເປ່ເພໜັກ ແລະ ຄົນຂັບລົດຮຸນໃດນ້ອຍໄດ້ຮັບບາດເຈັບເລັກໜ້ອຍ.
ຂໍ້ມູນ-ພາບ: ຂ່າວເດັດ

