ລັດຖະບານລາວ ວາງແຜນເພີ່ມສັດສ່ວນການນຳໃຊ້ຍານພາຫະນະໄຟຟ້າ (EV) ແລະ ໄຟຟ້າ ປະສົມປະສານ ໃຫ້ບັນລຸ 30% ພາຍໃນປີ 2030 ເພື່ອຫຼຸດຜ່ອນແຮງກົດດັນທາງເສດຖະກິດ ຈາກຄວາມຜັນຜວນຂອງລາຄານໍ້າມັນ ແລະ ວິກິດການຂາດແຄນພະລັງງານທົ່ວໂລກ.
ໃນກອງປະຊຸມສະໄໝສາມັນ ຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສະເໜີບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍລະບຸວ່າ: ປັດຈຸບັນ, ສປປ ລາວ ມີລົດໄຟຟ້າ ແລະ ໄຟຟ້າລູກປະສົມທີ່ລົງທະບຽນແລ້ວທັງໝົດ 17,357 ຄັນ, ເຊິ່ງກວມເອົາພຽງແຕ່ 0.5% ຂອງຈຳນວນລົດທັງໝົດປະມານ 3 ລ້ານຄັນໃນທົ່ວປະເທດ. ເພື່ອບັນລຸເປົ້າໝາຍ, ລັດຖະບານຈະຊຸກຍູ້ຫັນປ່ຽນຍານພາຫະນະບໍລິຫານ ຂອງລັດ ໃຫ້ເປັນລົດໄຟຟ້າ ໃນສັດສ່ວນເພີ່ມຂື້ນ ແລະ ຈະປັບປຸງແຜນແມ່ບົດລະດັບຊາດ ເພື່ອບັນລຸຄາດໝາຍການໃຊ້ລົດໄຟຟ້າ 30% ໃນປີ 2030.
ເນື່ອງຈາກ ສປປ ລາວ ເປັນປະເທດທີ່ຕ້ອງນຳເຂົ້ານໍ້າມັນເຊື້ອໄຟ 100%, ຈຶ່ງໄດ້ຮັບຜົນກະທົບໂດຍກົງຈາກລາຄານໍ້າມັນໃນຕະຫຼາດໂລກທີ່ພຸ່ງສູງຂຶ້ນຢ່າງໄວວາ ແລະ ຕໍ່ເນຶ່ອງ ໃນໄລຍະຜ່ານມາ ສາເຫດມາຈາກ ສົງຄາມໃນຕາເວັນອອກກາງ.
ເພື່ອຮັບມືກັບວິກິດການນີ້, ລັດຖະບານໄດ້ວາງຫຼາຍມາດຕະການ ເຊັ່ນ: ການສົ່ງເສີມໃຫ້ປະຊາຊົນຫັນມາໃຊ້ລົດ EV (ລວມທັງລົດຂົນສົ່ງ ແລະ ລົດບັນທຸກ) ພ້ອມທັງຊຸກຍູ້ການນຳໃຊ້ ລະບົບລົດເມດ່ວນ (BRT) ແລະ ມາດຕະການປັບປຸງດ້ານອາກອນ.
ໃນວັນທີ 13 ເດືອນ ມີນາ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ເລກທີ 40/ນຍ ເພື່ອແກ້ໄຂ ບັນຫາລາຄານໍ້າມັນເຊື້ອໄຟ ແລະ ສົ່ງເສີມການນຳໃຊ້ລົດໄຟຟ້າທົ່ວປະເທດ. ຄຳສັ່ງດັ່ງກ່າວ ໄດ້ມອບໃຫ້ ກະຊວງການເງິນ ປັບເພີ່ມອັດຕາອາກອນນຳໃຊ້ ສຳລັບຍານພາຫະນະ ທີ່ໃຊ້ນໍ້າມັນເຊື້ອໄຟຈາກ 25% ເຖິງ 90% ແລະ ໃນຂະນະທີ່ຍານພາຫະນະ ພະລັງງານສະອາດ ຖືກເກັບອາກອນນຳໃຊ້ພຽງແຕ່ 3% ເທົ່ານັ້ນ. ກະຊວງດັ່ງກ່າວ ຍັງຮ່ວມມືກັບຂະແໜງການອື່ນໆທີ່ກ່ຽວຂ້ອງ ເພື່ອປັບປຸງຂັ້ນຕອນ ການນຳເຂົ້າ ຍານພາຫະນະໄຟຟ້າ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນລົງ.
ນອກຈາກນີ້, ໃນວັນທີ 12 ພຶດສະພາ ລັດຖະບານ ໄດ້ອອກແຈ້ງການ ໂຈະຊົ່ວຄາວ ການນຳເຂົ້າລົດທີ່ໃຊ້ນໍ້າມັນເຊື້ອໄຟ ຈົນເຖິງທ້າຍປີ 2026 ເພື່ອເປັນການເລັ່ງລັດການຫັນປ່ຽນສູ່ການໃຊ້ພາຫະນະພະລັງງານສະອາດ.
ການສົ່ງເສີ່ມການນຳໃຊ້ລົດໄຟຟ້າ ກວມເອົາຫຼາຍປະເພດພາຫະນະ ລວມໄປເຖິງລົດບັນທຸກ.
ໂດຍ: ມະນີຈັນ ປານສີວົງໄຊ
ຮູບພາບ: BYD

