ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ເມື່ອບໍ່ດົນມານີ້ ເຖິງພໍ່ຄ້າ-ແມ່ຄ້າຊາວຂາຍຢູ່ 9 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າປະເພດ ເຂົ້າກິນ, ຊິ້ນໝູ ແລະ ປານິນກະຊັງໃນໄລຍະສະຫຼອງບຸນສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປິໃໝ່ສາກົນປີ 2021 ແລະ ບຸນປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ. ແຕ່ການອອກແຈ້ງການໃນຄັ້ງນີ້ບໍ່ມີການແຈ້ງການເລື່ອງລາຄາຊີ້ນງົວ-ຄວາຍ, ສ່ວນພຶດ-ຜັກ ແລະ ສິນຄ້າອື່ນໆໃຫ້ຂາຍ ລາຄາປົກກະຕິ.
ແຈ້ງການຫ້າມດັ່ງກ່າວໄດ້ລະບຸໄວ້ວ່າ: ລາຄາຊີ້ນໝູປະເພດ 1 ໃຫ້ຂາຍໃນລາຄາຂາຍສູງສຸດບໍ່ເກີນ 44.000 ກີບ/ໂລ, ຊີ້ນໝູປະເພດ 2 ໃຫ້ຂາຍໃນລາຄາຂາຍ ສູງສຸດບໍ່ໃຫ້ເກີນ 41.000 ກີບ/ກິໂລ, ລາຄາຂາຍຍ່ອຍເຂົ້າສານໜຽວປະເພດ 2 ສູງສຸດບໍ່ເກີນ. 7.400 ກີບ/ກິໂລ ແລະ ລາຄາປານິນກະຊັງສູງສຸດບໍ່ໃຫ້ເກີນ 20.000 ກີບ/ໂລ.
ນອກນັ້ນ, ແຈ້ງການຍັງມີການຫ້າມນໍາເຂົ້າ ແລະ ຈໍາໜ່າຍໝາກກະໂພກ, ບັ້ງໄຟພຸ ແລະ ວັດຖຸທີ່ມີສຽງແຕກທຸກຊະນິດຢ່າງເດັດຂາດ, ສິນຄ້າທີ່ວາງຂາຍຕ້ອງຮັບປະກັນຄຸນນະພາບ ແລະ ໃຫ້ຕິດລາຄາເປັນເງິນກີບ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ

