ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2021-2025), ນະຄອນຫຼວງວຽງຈັນ (ນວ) ໄດ້ວາງມາດຕະການລວມໂດຍເນັ້ນໃສ່ສົ່ງເສີມຄວາມຍືນຍົງ ແລະ ຄວາມຫຼາກຫຼາຍຂອງເສດຖະກິດ ແລະ ນຳໃຊ້ເສດຖະກິດຫຼາຍພາກສ່ວນເຂົ້າໃນການພັດທະນາ ເພື່ອຮັບປະກັນການຂະຫຍາຍຕົວຂອງເສດຖະກິດໃຫ້ໝັ້ນທ່ຽງ ແລະ ທັງສູ້ຊົນໃຫ້ເສດຖະກິດເຕີບໂຕໃນອັດຕາສະເລ່ຍບໍ່ໃຫ້ຫຼຸດ 7- 8% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນຄາດວ່າຈະບັນລຸ 356.600 ຕື້ກີບ ສະເລ່ຍຕໍ່ຫົວຄົນບັນລຸ 8.750 ໂດລາ.
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ດັ່ງກ່າວ ໂດຍແມ່ນທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະເໜີທິດທາງ ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ IX (2021-2025) ຂອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາ ປະຊາຊົນນະຄອນຫຼວງທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.
3 ເສົາຄໍ້າທີ່ຈະສົ່ງເສີມເສດຖະກິດໃນໄລຍະ5 ປີນີ້ ປະກອບມີ ຂະແໜງກະສິກຳ, ອຸດສາຫະກໍາ ແລະ ການບໍລິການ ຊຶ່ງຂະແໜງກະສິກໍາຈະຂະຫຍາຍຕົວສະເລ່ຍ 4 – 4,5% ຕໍ່ປີ, ຂະແໜງອຸດສາຫະກຳຂະຫຍາຍຕົວສະເລ່ຍ 11,5 -12%ຕໍ່ປີ ແລະ ຂະແໜງການບໍລິ ການຂະຫຍາຍຕົວສະເລ່ຍ 6,5 – 7%ຕໍ່ປີ.
ຂ່າວ: ແສງຈັນ

