​ນະຄອນຫຼວງວຽງຈັນ ກຽມສ້າງ​ຖານ​ລາຍ​ຮັບ​ໃໝ່

​ນະຄອນຫຼວງວຽງຈັນ ກຽມສ້າງ​ຖານ​ລາຍ​ຮັບ​ໃໝ່

 ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ໄດ້​ສະເໜີ​ທິດທາງ​ແຜນ​ພັດທະນາ​ເສດຖະກິດ​ ສັງຄົມ 5 ປີ​ຄັ້ງ​ທີ IX (2021-2025) ຂອງ​ນະ​ຄອນ​ຫຼວງວຽງ​ຈັນ ຕໍ່​ກອງ​ປະຊຸມ​ສະໄໝ​ສາ ມັນ​ເທື່ອ​ທີ 10 ຂອງສະພາ​ ປະຊາຊົນນະຄອນຫຼວງທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ເພື່ອເປັນການສົ່ງເສີມໃຫ້ເສດຖະກິດເຕີບໂຕໃນລະດັບສະເລ່ຍ​ບໍ່​ໃຫ້​ຫຼຸດ 7- 8% ຕໍ່​ປີ, ຕະຫຼອດ 5 ປີຂ້າງໜ້າ, ການນໍານະຄອນຫຼວງວຽງຈັນຕ້ອງ​ໄດ້ສ້າງ​ຖານ​ລາຍ​ຮັບ​ໃໝ່ ແລະ ພິຈາລະນາ​ອາກອນ​ຊັບ​ສິນ ອາກອນ​ສິ່ງແວດລ້ອມ ອາກອນ​ຕົວ​ເມືອງ ແລະ ອື່ນໆ ຂະຫຍາຍ​ຖານ​ລາຍ​ຮັບ ແລະ ສົ່ງເສີມ​ໃຫ້ SME ເປັນ​ກຳລັງ​ໜູນ​ເສດຖະກິດ ໂດຍ​ໃຫ້​ບັນ ດາ​ຜູ້​ປະກອບ​ການ ແລະ ຫົວ ໜ່ວຍ​ທຸລະ​ກິດ​ດັ່ງກ່າວ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ເສດຖະກິດ​ໃນ​ລະບົບ​ຫຼາຍ​ຂຶ້ນ ທັງ​ປັບປຸງ​ຄຸ້ມ​ຄອງ ແລະ ການ​ເກັບ​ອາກອນ​ໃຫ້​ມີ​ປະສິດທິພາບດ້ວຍການ​ນຳ​ໃຊ້​ເຄື່ອງມື​ໄອ​ຊີ​ທີ ໃຫ້​ທົ່ວ​ເຖິງ​ຫົວໜ່ວຍທຸ​ລະ​ກິດຂະໜາດ​ກາງ​ ຫາ ​ຂະ​ໜາດໃຫຍ່.
ທ່ານ ສິນ​ລະ​ວົງ ໄດ້ກ່າວຕື່ມວ່າ: ນອກນັ້ນຕ້ອງໄດ້ສືບຕໍ່​ປັບປຸງ​ພາກ​ລາຍ​ຈ່າຍ​ງົບ ປະມານ​ລັດ​ແຕ່​ລະ​ຂັ້ນ​ໃຫ້​ຈະແຈ້ງ, ປັບປຸງ​ການ​ບໍລິການ​ທາງ​ດ້ານ​ການ​ເງິນ, ການ​ເສຍ​ພາສີ​ອາກອນ​ໃຫ້​ມີ​ຄວາມ​ສະດວກ​ວ່ອງໄວ, ປອດ​ໄພ ແລະ ໂປ່​ງ​ໃສ​ດ້ວຍ​ການ​ນຳ​ໃຊ້​ລະ​ບົບ​ທັນ​ສະໄໝ, ລະດົມ​ທຶນ​ເຂົ້າ​ສູ່​ການ​ພັດທະນາ​ດ້ານ​ຕ່າງໆ​ໃນ​ການ​ກໍ່ສ້າງ​ໂຄງ​ລ່າງ​ສາທາລະນະ​ທີ່​ຈຳເປັນ ຊຶ່ງ​ລັດ ແລະ ປະຊາ ຊົນ​ພ້ອມ​ກັນ​ເຮັດ ໂດຍ​ທ້ອງ ຖິ່ນ​ນັ້ນ​ລິ​ເລີ່ມ​ເປັນ​ເຈົ້າ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ​ເຮັດ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດທະນາ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ ແລະ ສ້າງ​ສິ່ງ​ຈູງ​ໃຈ​ຫຼາຍ​ຮູບ​ແບບ ຄຽງ​ຄູ່​ກັບ​ການ​ປັບປຸງ ແລະ ບັງຄັບ​ໃຊ້​ລະບຽບ​ມາດ​ຕະການ​ຢ່າງ​ມີ​ປະສິດທິພາບ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ ຊຸກຍູ້ ແລະ ສົ່ງເສີມ​ການ​ລົງທຶນ​ໃນ 5 ຂະແໜງ​ທີ່​ເປັນ​ທ່າແຮງ​ຂອງ ນະຄອນຫຼວງ, ຫັນ​ເປັນ​ອຸດ​ສາຫະ​ກຳ ແລະ ທັນ​ສະໄໝ​ໃນ​ຂະແໜງ​ກະສິກຳ ແລະ ປ່າໄມ້, ຂະແໜງ​ໂທລະ​ຄົມ ແລະ ການ​ສື່ສານ, ຂະແໜງ​ຂົນສົ່ງ ແລະ ບໍລິການ​ທາງຜ່ານເພື່ອ​ຍົກ​ສູງ​ປະສິດທິພາບ ແລະ ປະສິດ​ທິ​ຜົນ​ຂອງ​ການ​ຜະລິດ ແລະ ການ​ບໍລິການ ທັງ​ເປັນ​ການ​ເອື້ອ ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ, ການ​ຄ້າ ແລະ ການທ່ອງທ່ຽວ ສ້າງ​ໃຫ້​ໄດ້​ການ​ຮ່ວມ​ສຳພັນ​ທາງ​ທຸລະ​ກິດ ແລະ ຮ່ວມ​ກຸ່ມ​ການ​ຜະລິດ​ລະຫວ່າງ​ຂະແໜງການ ແລະ ເມືອງ​ດ້ວຍ​ກັນ.

ຂ່າວ: ແສງ​ຈັນ

Related Articles

Leave a Reply