ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລ

ປກສ ແຂວງວຽງຈັນ ກັກຜູ້ຖືກຫາລັກລອບຂົນສົ່ງ ຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຕໍາຫຼວດພະແນກຈະລາຈອນ, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ລົງສົມທົບກັບ ກອງບັນຊາການ ປກສ ເມືອງກາສີ ໄດ້ລັດກວດຄົ້ນລົດຫົວລາກ ແລະ ຫາງລາກ ຍີ່ຫໍ້ FAW ສີແດງ ໝາຍເລກທະບຽນ ບກ 5970 ຫຼວງນໍ້າທາ ແລະ ຫາງລາກ ຍີ່ຫໍ້ CIMC ໝາຍເລກທະບຽນ 5971 ຢູ່ຈຸດກວດກາບ້ານໜອງຄຳ ເມືອງກາສີ ແຂວງ ວຽງຈັນ ພົບຢາບ້າ 1,500 ກິໂລ ແລະ ຢາໄອສ 500 ກິໂລ ທີ່ຊຸກເຊື່ອງໄວ້ພື້ນລົດຫາງລາກພ້ອມທັງກັກຕົວ ທ້າວ ເຢຍ ຢ່າງ ຄົນຂັບລົດດັ່ງກ່າວເປັນປະຊາຊົນ ຢູ່ບ້ານນານ່ານ ເມືອງ ພູຄູນ ແຂວງຫຼວງພະບາງ.

ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ເລັ່ງ ສືບສວນ-ສອບສວນ ຫາພວກຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: Viengchan Police news

Related Articles

Leave a Reply