ປະຊາຊົນ 6 ບ້ານ ຄື: ບ້ານ ບີໄຮ່, ບ້ານ ໂຈະໄຮ່, ບ້ານ ຕຸງໂກງ, ບ້ານ ກະເຕັນ, ບ້ານ ອາວາຍ ແລະ ບ້ານ ກູໂບຍ ທີ່ຂຶ້ນກັບເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ແຂວງສາລະວັນ ລວມມີ 574 ຄອບຄົວ, 3.485 ຄົນ (ຍິງ 1.781 ຄົນ) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນປີ 2020 ທີ່ຜ່ານມາ ໄດ້ຮັບການຊ່ວຍເຫຼືອ ຈາກອົງການກາແດງລາວ ຊຶ່ງພິທີມອບຮັບໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ມອບໂດຍທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ.
ເຄື່ອງທີ່ນໍາມາຊ່ວຍເຫຼືອໃນຄັ້ງນີ້ ປະກອບ ມີ: ຖ້ວຍ, ຈານ, ບ່ວງ, ສ້ອມ, ຈອກ, ໝໍ້ແກງ ແລະ ອື່ນໆ ເຊິ່ງໄດ້ຮັບການສະໜັບສະໜູນຈາກກາແດງ ສ.ເກົາຫຼີ.

