ນາງງາມລາວ ເຈົ້າຂອງຕຳແໜ່ງ ມີດເວີລາວ 2017 ນາງຕົ້ນຄຳ ພອນຈັນເຮືອງ (ເຈນນີ້) ແລະ ທ້າວ ໝຸ່ນອ້າຍ ຊາຍແບບສັງກັດ ຕົ້ນຄຳໂມເດວລິ່ງ ທ້າວ ອ້າຍ ໄດ້ຖືກເລືອກເປັນ ພຣີເຊັນເຕີ້ ຂອງ ບໍລີສັດ ໄອເພີນີເຈີ້ລາວ ປະຈຳປີ2021. ທັງສອງຄົນຈະໄດ້ຮັບໜ້າທີ່ເປັນພຣີເຊັນເຕີ້ ຂອງໄອ-ເພີນີເຈີ້ ລາວ (i-Furniture Lao) ເປັນເວລາ 1 ປີ ຫຼື ປີ 2021 ນີ້.
ນາງຕົ້ນຄຳໄດ້ກ່າວວ່າ: ພວກເຮົາທັງສອງຮູ້ສຶກດີໃຈສຸດໆ ທີ່ໄດ້ຮ່ວມງານກັບໄອ-ເພີນີເຈີ້ ລາວ ເພື່ອເປັນສື່ກາງ ແລະ ກະບອກສຽງໃນການປະຊາສຳພັນສິນຄ້າເຟີນີເຈີ ຂອງໄອ-ເພີນີເຈີ້ ລາວ.
ຂ່າວ: ສີສຸພັນ ອໍາພອນພົງ
ພາບ: ເຈັນນີ້

