ສະຫະພາບເອີຣົບ ໃຫ້ທຶນ 2,8 ລ້ານເອີໂຣໃຫ້ແກ່ລາວ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19

ສະຫະພາບເອີຣົບ ໃຫ້ທຶນ 2,8 ລ້ານເອີໂຣໃຫ້ແກ່ລາວ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19

ສະຫະພາບເອີຣົບໃຫ້ທຶນຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈໍານວນ 2,8 ລ້ານເອີໂຣ ຫຼື ປະມານ 32 ຕື້ກີບ ໂດຍມີໄລຍະເວລາ 3 ປີ ນັບແຕ່ປີ 2021 – 2023 ຊຶ່ງໜ້າວຽກໃນການຕອບໂຕ້ພະຍາດດັ່ງກ່າວໃນຄັ້ງນີ້ ຈະລວມເອົາບູລິມະສິດດ້ານການສືບຕໍ່ຮັບປະກັນການກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ແຕ່ທໍາອິດໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ຈຸດເຂົ້າອອກປະເທດ, ສູນປະຕິບັດງານສຸກເສີນໃນລະດັບສູນກາງ ແລະ ຂັ້ນແຂວງ, ກຽມພ້ອມຮັບມືໃນສູນຈໍາກັດບໍລິເວນ ແລະສະຖານທີ່ໃຫ້ບໍລິການດ້ານສາທາລະນະສຸກ, ເພີ່ມຄວາມອາດສາມາດໃນການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ (IPC), ນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມແລະ ການຄຸ້ມຄອງຈັດການສິ່ງເສດເຫຼືອ.
 ພິທີເປີດໂຄງການການຕອບໂຕ້ການລະບາດດັ່ງກ່າວໄດ້ຈັດຂຶ້ນເມື່ຶອວັນທີ 17 ມິນາ 2021 ທີ່ຜ່ານມານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງອີນາມາ ຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາ ສປປ ລາວ ແລະ ທ່ານ ດຣ. ມາກເຈຄອບສ໌. ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

 ຂ່າວ: ວຽງຈັນທາຍ

Related Articles

Leave a Reply