ທ່ານ ສົມຄິດ ແສນທະວີ ຮັກສາການຫົວໜ້າພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງສາລະວັນ ໄດ້ກ່າວໃນກອງປະຊຸມເຜີຍແຜ່ວຽກງານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ດີຈີຕອນ ເມື່ອບໍ່ດົນມານີ້ ວ່າ: ຍຸກສັງຄົມປັດຈຸບັນ ເປັນຍຸກສະໄໝທີ່ຫັນມາໃຊ້ລະບົບເຕັກໂນໂລຊີ ດີຈີຕອນ ເຂົ້າໃນວຽກງານທາງລັດຖະການ, ການສຶກສາ-ການຮຽນຮູ້, ທຸລະກິດ ແລະ ການນຳໃຊ້ເຂົ້າໃນຊີວິດປະຈຳວັນ ນັບມື້ນັບກວ້າງຂວາງຫຼາຍຂຶ້ນ, ລ້ວນແລ້ວແມ່ນການນຳໃຊ້ລະບົບດັ່ງກ່າວ ເພື່ອສ້າງຄວາມສະດວກສະບາຍ, ປະຢັດເວລາ ແລະ ສາມາດເຂົ້າເຖີງຂໍ້ມູນໄດ້ງ່າຍ.
ສໍາລັບ ກອງປະຊຸມຄັ້ງນີ້ ແມ່ນເນັ້ນໃສ່ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຂໍ້ມູນພື້ນຖານໃນການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ແລະ ແນວຄວາມຄິດການນຳໃຊ້ໂປຣແກຣມ, ຊອບແວຣ໌ຕ່າງໆ, ຫັນເປັນທັນສະໄໝເຂົ້າໃນວຽກງານລັດ, ເອກະຊົນ ແລະ ອົງກອນຕ່າງໆ ເພື່ອເຮັດໃຫ້ການບໍລິຫານ, ຈັດການວຽກງານຕ່າງໆພາຍໃນປະເທດ ໄດ້ຢ່າງສະດວກ, ວ່ອງໄວ, ມີຄຸນນະພາບ, ປະຢັດເວລາ ແລະ ມີຄວມປອດໄພ. ພ້ອມກັນນັ້ນ ຜູ້ເຂົ້າຮ່ວມ ຍັງໄດ້ສົນທະນາ, ແລກປ່ຽນຄວາມຮູ້, ຄຳຄິດເຫັນ ກ່ຽວກັບການນຳໃຊ້, ວິທີ, ຂັ້ນຕອນຕ່າງໆ ໂດຍສະເພາະແມ່ນການນຳໃຊ້ລະບົບບໍລິຫານເອກະສານຂອງລັດ ແລະ ອື່ນໆ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

