ອໍານາດການປົກຄອງເມືອງແກ່ນທ້າວ ແຂວງ ໄຊຍະບູລີໄດ້ເປີດຕະຫຼາດນັດ ງົວ ແລະ ຄວາຍ ເມື່ອບໍ່ດົນມານີ້ ຢູ່ ບ້ານຈອມແກ້ວ ຊຶ່ງຕະຫຼາດນັດດັ່ງກ່າວຖືວ່າເປັນການເປີດຄັ້ງທໍາອິດຢູ່ປະເທດລາວ.
ທ່ານ ອໍາຄາ ລັດສະໝີ ກໍາມະການ ພັກແຂວງ ເລຂາພັກເມືອງ ເຈົ້າເມືອງແກ່ນທ້າວ ໄດ້ກ່າວກ່ຽວກັບການເປີດຕະຫຼາດນັດໃນຄັ້ງນີ້ວ່າ: ການເປີດຕະຫຼາດນັດສັດໃນຄັ້ງນີ້ ເພື່ອເປັນການການຜັນຂະຫຍາຍມະຕິຕົກລົງທີ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງວາງອອກເພື່ອສົ່ງເສີມຕະຫຼາດສັດລ້ຽງໃຫ້ມີຄວາມໝັ້ນທ່ຽງ, ສົ່ງເສີມການລ້ຽງສັດຂອງປະຊາຊົນ ໃຫ້ເປັນໄປຕາມເຕັກນິກວິທະຍາສາດຕິດພັນກັບການ ປຸງແຕ່ງທີ່ມີທັງປະລິມານ ແລະ ຄຸນນະພາບໄດ້ມາດຖານ ແລະ ຄວາມຕ້ອງການຂອງຕະຫຼາດ ທັງເປັນການຄຸ້ມຄອງການເຄື່ອນຍ້າຍສັດໃຫ້ມີຄວາມຖືກຕ້ອງ.
ທ່ານ ອໍາຄາໄດ້ກ່າວຕື່ມວ່າ: ໃນຕໍ່ໜ້າຈະມີການເປີດຕະຫຼາດນັດປະເພດສັດລ້ຽງໃຫ້ຫຼາຍຂຶ້ນ ເພື່ອໃຫ້ກາຍເປັນສະຖານທີ່ຊື້-ຂາຍສັດປະເພດຕ່າງໆ ບໍ່ວ່າຈະ ເປັນ ງົວ, ຄວາຍ, ໝູ, ແບ້, ເປັດ, ໄກ່ ສາມາດຂາຍ ແລະ ຊື້ຢູ່ຈຸດທີ່ກໍານົດນີ້.
ຂ່າວ: ເມືອງແກ່ນທ້າວ

