ໂຄງການອາຫານທ່ຽງໃນໂຮງຮຽນປະຖົມ ສຶບຕໍ່ໄລຍະ 3 (2021-2025)

ໂຄງການອາຫານທ່ຽງໃນໂຮງຮຽນປະຖົມ ສຶບຕໍ່ໄລຍະ 3 (2021-2025)

ອົງການບັນເທົາທຸກກາໂຕລິກ ຫຼື CRS ປະຈໍາລາວ ສືບຕໍ່ຊ່ວຍເຫຼືອໄລຍະ 3 ອີກ 5 ປີ (2021-2025) ກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນປະຖົມເປົ້າໝາຍຢູ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນຊຶ່ງໄລຍະ 3 ນີ້ແມ່ນຈະປະຕິບັດຢູ່ 1 ເມືອງ ຢູ່ແຂວງສະຫວັນນະເຂດ ແລະ ອີກ 4 ເມືອງ ຢູ່ ແຂວງຄຳມ່ວນ, ລວມມີ 276 ໂຮງຮຽນ, ມີນັກຮຽນ 17.269 ຄົນ, ມີ 12 ລ້ານຄາບເຂົ້າ ໂດຍຈະນຳໃຊ້ງົບປະມານທັງໝົດ 7,5 ລ້ານໂດລາ. ສຳລັບອາຫານໃນຄາບເຂົ້າຈະປະກອບດ້ວຍ: ເຂົ້າສານຈ້າວ, ຖົ່ວ ເຫຼືອງ, ປາກະປ໋ອງ, ນ້ຳມັນພືດ ລວມທັງໝົດປະມານ 1.300 ໂຕນ. ນອກນັ້ນ ທາງໂຄງການຍັງຈະໄດ້ມີ ການຝຶກອົບຮົມໃຫ້ແກ່ແມ່ຄົວປະມານ 552 ຄົນ ແລະ ນາຍສາງ 276 ຄົນ ຕື່ມອີກ.

ໃນ​ໄລ​ຍະ​ຜ່ານ​ມາ ແຂວງສະຫວັນນະເຂດໄດ້​ເຂົ້າ​ຮ່ວມໂຄງການດັ່ງກ່າວໄລຍະທີ 1 ແຕ່ປີ 2013-2016 ແລະ ໄລຍະ 2 ປີ 2016-2020, ມີທັງໝົດ 7 ເມືອງ, ມີ 312 ໂຮງຮຽນ ຊຶ່ງຈຸດປະສົງລວມຂອງໂຄງການແມ່ນເພື່ອສົ່ງ ເສີມການເຂົ້າເຖິງອາຫານທີ່ມີໂພຊະນາການ ແລະ ການສຶກສາ ຂັ້ນພືີ້ນຖານສຳລັບເດັກນ້ອຍລາວຈາກຄອບຄົວ ທີ່ດ້ອຍໂອກາດ ແລະ ສ້າງຄວາມເຂັ້ມແຂງໃຫ້ລັດຖະບານລາວ.

ຂ່າວ-ພາບ: ສພຂ

Related Articles

Leave a Reply