ວັກຊີນປ້ອງກັນພະຍາດໂຄວິດ-19 ຮອບທໍາອິດ ຈໍານວນ 132.000 ໂດສ ທີ່ໄດ້ຈາກໂຄງການ COVAX ມາຮອດລາວແລ້ວມື້ເຊົ້ານີ້

ວັກຊີນປ້ອງກັນພະຍາດໂຄວິດ-19 ຮອບທໍາອິດ ຈໍານວນ 132.000 ໂດສ ທີ່ໄດ້ຈາກໂຄງການ COVAX ມາຮອດລາວແລ້ວມື້ເຊົ້ານີ້

ໂຄງການຮ່ວມມືເພື່ອວັກຊີນປ້ອງກັນພະຍາດໂຄວິດ-19 (COVAX) ຊຶ່ງເປັນໂຄງ ການຮ່ວມມືລະຫວ່າງ

ພັນທະມິດຮ່ວມມື ດ້ານນະວັດຕະກຳເພື່ອຮັບມືກັບການລະບາດ, ອົງການກາວີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ໄດ້ຊ່ວຍເຫຼືອວັກຊີນຕ້ານພະຍາດໂຄວິດ-19 ໃຫ້ແກ່ລາວ ຈໍານວນ 480.000 ໂດສ ໂດຍໄດ້ມີການຂົນສົ່ງມາຮອດລາວແລ້ວມື້ເຊົ້າວັນທີ 20 ມີນາ 2021 ນີ້ ຊຶ່ງເປັນການຊ່ວຍເຫຼືອຊຸດທໍາອິດ ຈຳນວນ 132.000 ໂດສ ສ່ວນທີ່ຍັງເຫຼືອ 348.000 ໂດສຈະມີການຈັດສົ່ງຕາມພາຍຫຼັງ.

ພິທີມອບຮັບຢາວັກຊີນດັ່ງກ່າວຈໍານວນ 132.000 ໂດສ ໄດ້ຈັດຂຶ້ນເມື່ອວັນທີ 20 ມີນາ 2021 ນີ້ ທີ່ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ຢາວັກຊີນປ້ອງກັນໂຄວິດ-19 ທີ່ໄດ້ຮັບໃນຄັ້ັງນີ້ ແມ່ນວັກຊິນ ແອັສຕາສະເນກາທີ່ຜະລິດຈາກສະຖາບັນວັກຊີນຂອງອິນເດຍ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply