ສະຫະພັນບານເຕະແຫ່ງຊາດລາວ ເປີດສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ

ສະຫະພັນບານເຕະແຫ່ງຊາດລາວ ເປີດສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ) ໄດ້ເປີດສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ ເມື່ອບໍ່ດົນມານີ້ ທີ່ບ້ານຫ້ວຍຫົງເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເປັນບ່ອນຝຶກແອບສຳລັບນັກກິລາອະນຸຊົນ, ເຍົາວະຊົນ ແລະ ມີໂອກາດໃນການຫຼິ້ນກິລາບານເຕະ ໃຫ້ມີທັກສະ ແລະ ກິດຈະກໍາຕ່າງໆ ເພື່ອສ້າງນັກກິລາຮຸ່ນສືບທອດໃນອະນາຄົດ.
ການເປີດສູນດັ່ງກ່າວນີ້ ແມ່ນເປັນການປະຕິບັດຕາມໂຄງການພັດທະນາກິລາບານເຕະຂອງ ສຕລ ແຕ່ປີ 2020-2024 ແລະ ເປັນການພັດທະນາປື້ມຄູ່ມືການສິດສອນຕາມການຊີ້ນໍາຂອງສະຫະພັນບານເຕະສາກົນ ຫຼື FIFA ເພື່ອໃຫ້ມີສູນຝຶກກິລາບານເຕະທີ່ຖືກຕ້ອງຕາມຫຼັກການ ຊຶ່ງສ່ວນໃຫຍ່ນໍາໃຊ້ຄູຝຶກພາຍໃນ ສຕລ ເປັນຜູ້ຝຶກສອນ.
ສໍາລັບຕາຕະລາງຝຶກແອບຢູ່ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ ແມ່ນທຸກໆ ວັນເສົາ ແລະ ວັນອາທິດ ເລີ່ມແຕ່ເວລາ 7 ໂມງ 30 ນາທີ-9 ໂມງ 00 ນາທີ ຊຶ່ງປະກອບມີທັງໝົດ 5 ຮຸ່ນ ຄື: 8 ປີ, 10 ປີ, 12 ປີ, 14 ປີ ແລະ 16 ປີ, ໃນນັ້ນ ການຝຶກແອບແຕ່ລະຊຸດໃຊ້ເວລາທັງໝົດ 10 ເດືອນ.
ນອກຈາກນັ້ນ ສຕລ ຍັງໄດ້ສ້າງຕັ້ງໜ່ວຍງານການຝຶກສອນທັກສະກິລາບານເຕະຂັ້ນພື້ນຖານ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ຜະລິດແຈກຢາຍຄູ່ມືຝຶກແອບເຕະບານ ຈໍາປີ-ຈໍາປາ ຂັ້ນພື້ນຖານແບບຖືກວິທີເປັນພາສາລາວ ເພື່ອແຈກຢາຍໃຫ້​​ບັນດາຄູຝຶກໃນທົ່ວປະເທດ, ສົ່ງເສີມພັດທະນາບັນດາຄູຝຶກກິລາບານເຕະ ໃຫ້ມີຄວາມສາມາດ ມີພອນສະຫວັນທາງດ້ານກິລາບານເຕະໃຫ້ໄດ້ທົ່ວທຸກເຂດທີ່ຫ່າງໄກທົ່ວປະເທດ, ເພື່ອຝຶກແບ ແລະ ຊອກຫານັກກິລາເຍົາວະຊົນທີ່ມີພອນສະຫວັນໃນທົ່ວປະເທດມາເປັນກິລາຮຸ່ນສຶບທອດ ຈົນກາຍເປັນນັກກິລາຕົວແທນໃນຂະແໜງການຕ່າງໆເພື່ອກ້າວໄປເຖິງນັກກິລາທີມຊາດໃນອະນາຄົດ.

ຂໍ້ມູນ: ສຕລ

Related Articles

Leave a Reply