ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ຊຶ່ງໃນປະຈຸບັນ ສະພາບການລະບາດຂອງພະຍາດໄຂ້ຍຸງລາຍໃນຂອບເຂດທົ່ວປະເທດ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ.
ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 26 ທັນວາ 2020-24 ມີນາ 2021, ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວທັງໝົດ 163 ຄົນໃນ ຂອບເຂດທົ່ວປະເທດ ຊຶ່ງຢູ່ແຂວງອັດຕະປື ມີຜູ້ຕິດເຊື້ອ 45 ຄົນ, ນະຄອນຫຼວງວຽງຈັນ 39 ຄົນ, ແຂວງຫຼວງພະບາງ 21 ຄົນ, ແຂວງ ອຸດົມໄຊ 14 ຄົນ, ແຂວງຄຳມ່ວນ 10 ຄົນ, ແຂວງ ວຽງຈັນ 9 ຄົນ ແລະ ແຂວງ ອື່ນໆອີກ ແຕ່ບໍ່ມີຜູ້ເສຍຊີວິດ.
ຕໍ່ສະພາບການແຜ່ລະບາດພະຍາດໄຂ້ຍຸງລາຍດັ່ງກ່າວ, ກົມຄວບຄຸມພະຍາດຕິດຕໍ່ ຍັງໄດ້ແນະນຳ ແລະ ຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ, ໃຫ້ເປັນປະຈຳ ຈຶ່ງຈະສາມາດທຳລາຍແຫຼ່ງເພາະພັນຂອງຍຸງໄດ້, ໃຫ້ຖືວ່າ ແມ່ນໜ້າທີ່, ຄວາມຮັບຜິດຊອບຂອງໝົດທຸກຄົນ, ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ.
ໃນປີ 2020 ທີ່ຜ່ານມາ, ປະເທດລາວ ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍທັງໝົດ 13 ຄົນ ຊຶ່ງຫຼຸດລົງເຖິງ 63 ຄົນຖ້າທຽບໃສ່ປີ 2019 ທີ່ມີຜູ້ເສຍຊີວິດ 76 ຄົນ.
ຂ່າວ: ວຽງຈັນທາຍ

