ຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ສູນປະສານງານ ລາວ-ຈີນ ທີ່ ແຂວງບໍ່ແກ້ວ ຮ່ວມກັບ ກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງບໍ່ແກ້ວ ເມື່ອບໍ່ດົນມານີ້ ເພື່ອແກ້ໄຂບັນຫາສະພາບການຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບ ຕິດຕາມຊາຍແດນ ແລະ ບັນຫາອື່ນໆ.
ຕຳຫຼວດລາດຕະເວນທາງນໍ້າ ແຂວງຢູນນານ ສປ ຈີນ ນໍາໂດຍທ່ານ ພົນຕີ ຢວນຢ້າພິງ ຫົວໜ້າກອງບັນຊາການດັ່ງກ່າວ ໃຫ້ການຕ້ອນຮັບໂດຍທ່ານ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ທ່ານ ພັນໂທ ຈັນພອນເພັດຄຳສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ.
ຂ່າວ-ພາບ: ວໍລະສິດ

