ຄະນະກໍາມະການຮ່ວມມື ລາວ-ຫວຽດນາມໄດ້ຈັດກອງປະຊຸມປຶກສາຫາລື ເມື່ອວັນທີ 1-2 ເມສາ 2021 ທີ່ຜ່ານມາທິ່ຫ້ອງປະຊຸມຂອງດ່ານຊາຍແດນສາກົນ ແດນສະຫວັນ – ລາວບ່າວ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານ ຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະວິຊາການຝ່າຍລາວ ແລະ ທ່ານ ຫງວຽນ ວັນ ຈຸງ ຮອງປະທານ ຄະນະກໍາມະການ ຮ່ວມມື ຫວຽດນາມ-ລາວ ຊຶ່ງປະເດັນທີ່ສໍາຄັນໃນກອງປະຊຸມຄັ້ງນີ້, ລັດຖະບານລາວສະເໝີຖືຮຸ້ນຈໍານວນ 60% ໃນບໍລິສັດຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ.
ກອງປະຊຸມດັ່ງກ່າວທັງສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບຂັ້ນຕອນການເພີ່ມອັດຕາການ ຖືຮຸ້ນ ຂອງລັດຖະບານລາວ ຈາກ 20% ຂຶ້ນເປັນ 60% ໃນບໍລິສັດຮຸ້ນສ່ວນ ທ່າເຮືອສາກົນ ລາວ-ຫວຽດນາມ ເຊິ່ງສອງຝ່າຍຄາດວ່າຈະໃຫ້ສຳເລັດໃນໄຕມາດທີ 3 ຂອງປີນີ້, ນອກນັ້ນ ຍັງໄດ້ປຶກສາ ຫາລືກ່ຽວກັບຄວາມຄືບໜ້າຂອງໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ ແຕ່ ທ່າແຂກ ຫາ ທ່າເຮືອ ຫວຸ້ງອ່າງ, ບັນດາເງື່ອນໄຂອຳນວຍຄວາມສະດວກໃນການໂອນຫຸ້ນ ຂອງບໍ່ເກືອກາລີ ຢູ່ແຂວງ ຄຳມ່ວນ, ການຊື້ຂາຍໄຟຟ້າ ແລະ ບັນຫາອື່ນໆ.
ຂ່າວ:ຕູ່

