ປະກົດການຫຍໍ້ທໍ້ທີ່ເກີດຢູ່ຕາມເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ ຫາ ວັງວຽງ ແມ່ນ1 ໃນ 5 ບັນຫາທີ່ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງແກ້ໄຂໃນແຜນ 5 ປີຕໍ່ໜ້າ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຄົນໃໝ່ ໄດ້ຂຶ້ນລາຍງານແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ (2021-2025) ຂອງອົງການປົກຄອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II (ສສ ນວ) ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ໂດຍຈະເນັ້ນໃສ່ 6 ວຽກງານທີ່ສໍາຄັນ ຊຶ່ງປະກອບມີການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຢູ່ຕາມເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ ຫາ ວັງວຽງ ຊຶ່ງເສັ້ນທາງດັ່ງກ່າວໄດ້ຕັດຜ່ານເມືອງນາຊາຍທອງທີ່ຂຶ້ນກັບ ນວ, ເຮັດໃຫ້ປະຊາຊົນພົບກັບຄວາມຫຍຸ້ງຍາກ ກັບການປ່ຽນແປງຄວາມລຶ້ງເຄີຍຂອງປະຊາຊົນໃນການໃຊ້ ເສັ້ນທາງ, ການຜະລິດກະສິກໍາ ແລະ ການປ່ຽນແລວເສັ້ນທາງລອດພື້ນ ຊຶ່ງບັນຫານີ້ຈະໄດ້ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການຕັດທາງເຂົ້າສູ່ເຂດການຜະລິດຂອງປະຊາຊົນ.
ກ່ຽວກັບວຽກງານແຜນຈັດສັນທີ່ດິນ ໄດ້ສຳເລັດການສຶກສາສຳຫຼວດ ໂດຍໄດ້ກໍານົດ 8 ປະເພດທີ່ດິນ.
ການກໍານົດແຜນຜັງເມືອງໂດຍສະເພາະການຄຸ້ມຄອງການປຸກສ້າງ ໃນແຜນຜັງສະບັບທີ 3 ພວມຢູ່ ໃນຂັ້ນຕອນການປັບປຸງ ຊຶ່ງນອນໃນມະຕິແຜນງານຂອງອົງການປົກຄອງ, ປັດຈຸບັນຈະເລີ່ມເຂັ້ມງວດ ແລະ ເດັດຂາດ ໃນການປະຕິບັດແຜນຜັງດັ່ງກ່າວ, ສືບຕໍ່ແກ້ໄຂບັນຫາທີ່ບໍ່ສອດຄ່ອງ. ມາດຕະການສະກັດກັ້ນຕ່າງໆ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ຕິດພັນກັບວຽກງານການຕ້ານການສໍ້ລາດບັງຫຼວງເປັນບັນ ຫາຫຼັກທີ່ຈະໄດ້ເອົາໃຈໃສ່ປະຕິບັດ ໃນນັ້ນໄດ້ກໍານົດ 9 ບັນຫາ ໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະເລີ່ມຈາກການຈັດເກັບລາຍຮັບເຂົ້າງົບປະມານ, ລວມທັງບັນຫາພະນັກງານທີ່ມີການກະທໍາ ຜິດໃນການສໍ້ລາດບັງຫຼວງ. ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ປະຊາຊົນໃນການສ້າງຜະລິດຕະ ພັນຕ່າງໆ ເປັນຕົ້ນການຜະລິດກະສິກໍາແມ່ນນັບມື້ແຂງແຮງໂດຍສະເພາະກະສິກໍາອີນຊີ ຜັກປອດສານ ພິດ ມີ 11 ກຸ່ມ, ໄດ້ຮັບຮອງຕົວຊີ້ວັດ 6 ສ ໃນນັ້ນ ຕົກລົງເອົາ 4 ຕົວຊີ້ວັດ ແຕ່ຍັງພຽງ 2 ສ (ສ ສະ ຫວ່າງ ແລະ ສ ສີວິໄລ) ແລະ ສຸດທ້າຍກ່ຽວກັບງົບປະມານ, ເມື່ອກ່ອນໃນການຈັດສັນງົບປະມານ ໂດຍສະ ເພາະ ລາຍຮັບ – ລາຍຈ່າຍຍັງມີການຮົ່ວໄຫຼ ເນື່ອງຈາກວ່າບັນດາຂະແໜງການຍັງບໍ່ທັນເຂົ້າເຖິງການຈັດ ສັນແຜນງົບປະມານ ເພື່ອຮັບຮອງຈາກສະພາແຫ່ງຊາດ.
ຂ່າວ:ແສງຈັນ

