ຈາກກໍລະນີເກີດອຸບັດເຫດເຮືອຫຼົ້ມຢູ່ອ່າງນໍ້າງື່ມ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ເມື່ອເວລາປະມານ 10 ໂມງ 30 ຂອງວັນທີ 4 ເມສາ 2021 ນີ້, ຮອດປັດຈຸບັນນີ້ນັກ ກູ້ໄພລວມທັງອ້າຍນ້ອງທະຫານ ແລະ ຕໍາຫຼວດສາມາດ ຊ່ວຍເຫຼືອຜູ້ລອດຊີວິດໄດ້ໝົດທຸກຄົນແລ້ວ ຊຶ່ງກໍາລັງເລັ່ງຄົ້ນຫາຜູ້ສູນຫາຍ.
ອີງຕາມ ຖວທ ແຂວງວຽງຈັນ ໄດ້ບອກໃຫ້ຮູ້ວ່າ: ເຮືອລໍາດັ່ງກ່າວເປັນເຮືອນໍາທ່ຽວ ຊົມທໍາມະຊາດຢູ່ອ່າງນໍ້າງື່ມ ແລະ ໝຶ່ງໃນບັນດານັກທ່ອງທ່ຽວແມ່ນ ອະດີດການນໍາສູງສຸດຂອງສປປ ລາວ ພ້ອມດ້ວຍຄອບຄົວ, ເຊິ່ງໄດ້ໄປພັກຜ່ອນຢູ່ໂຮງແຮມແຫ່ງໜຶ່ງຢູ່ດອນອ່າງນໍ້າງື່ມແຕ່ມື້ວັນທີ 3 ເມສາ 2021 ທີ່ຜ່ານມາ ແລະ ໃນຕອນເຊົ້າຂອງວັນທີ 4 ເມສາ 2021 ນີ້ແມ່ນຈະພາກັນກັບບ້ານ ແລະ ໄດ້ຂີ່ອອກຈາກໂຮງແຮມມາ ປະມານ 20 ນາທີໄດ້ເກີດມີພາຍຸເຮັດໃຫ້ ເຮືອຫຼົ້ມ. ສ່ວນລາຍລະອຽດຕ່າງໆໂດຍສະເພາະຈໍານວນຜູ້ລອດຊີວິດ, ຜູ້ເສຍຊີວິດ, ຜູ້ສູນຫາຍ ແລະ ສາເຫດທີ່ກໍ່ໃຫ້ເກີດອຸບັດເຫດໃນຄັ້ງນີ້ຈະລາຍງານໃຫ້ຊາບຕາມພາຍຫຼັງ.

