ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ວ່າ: ການສະເຫຼີມສະຫຼອງບຸນປີໃໝ່ລາວ ປີ ພສ 2564 (ຄສ 2021) ລະຫວ່າງວັນທີ 14,15 ແລະ 16 ເມສາ 2021 ນີ້ ແມ່ນໃຫ້ປະຕິບັດໃນຂອບເຂດຂອງຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມ ຊຶ່ງໃຫ້ຈັດຂຶ້ນຢູ່ພາຍໃນຄອບຄົວ, ສໍານັກງານອົງການ, ວັດວາອາຮາມແລະ ສະຖານທີ່ສັກກະລະບູຊາຕ່າງໆ (ການບາສີສູ່ຂັວນ, ການສົ່ງພະຕ່າງໆ).
ໃນນັ້ນ ກິດຈະກໍາທີ່ບໍ່ອະນຸຍາດໃຫ້ດຳເນີນໃນຊ່ວງໄລຍະປີໃໝ່ ມີ: ການສະແດງສິລະປະດົນຕີ ຢູ່ວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດ, ແຄມນ້ຳ, ການຫົດນ້ຳກັນດ້ວຍນໍ້າເປື້ອນ, ນໍ້າສີ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນ້ໍາຄົນອື່ນ ຢູ່ຕາມຖະໜົນຫົນທາງ ແລະ ສະຖານທີ່ຕ່າງໆ ລວມທັງການສະແດງດົນຕີ, ຄອນເສີດ, ການຈັດງານຕະຫຼາດນັດ ( ຍົກເວັ້ນສະຖານທີ່ ທີ່ລັດໄດ້ກຳນົດໄວ້) ເພື່ອສືບຕໍ່ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານ ວາງອອກ.
ຫ້ອງວ່າການແຂວງບໍ່ແກ້ວໄດ້ແຈ້ງຕື່ມອີກວ່າ: ໃຫ້ອົງການປົກຄອງທຸກຂັ້ນ ສົມທົບກັບກໍາລັງປະກອບອາວຸດ ເພີ່ມທະວີລາດຕະເວນຢູ່ຕາມບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມສຳນັກງານ-ອົງການ ແລະ ຕາມບ້ານຊ່ອງຕ່າງໆ, ຕິດຕາມຄົນເຂົ້າ-ອອກຕາມດ່ານຊາຍແດນຕ່າງໆ ຢ່າງເຄັ່ງຄັດເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພ້ອມກັນນັ້ນໃຫ້ຄະນະສະເພາະກິດ ສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ຂັ້ນແຂວງ, ຂັ້ນເມືອງ ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ດ້ວຍມາດຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດໂຄວິດ-19 ໃນໄລຍະສະຫຼອງປີໃໝ່ຢ່າງເດັດຂາດ.
ຂໍ້ມູນ: ຄຳພັນ ແກ້ວມະນີ

