ບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ສປ ຈີນ ຈະລົງທຶນປະມານ 800 ລ້ານຢວນ ຫາ 1 ຕື້ຢວນເພື່ອພັດທະນາໂຄງການຟື້ນຟູປ່າໄມ້ ແລະ ພັດທະນາລະບົບນິເວດກະສິກຳຄົບວົງຈອນທັນສະໄໝ ຈຳນວນ 5.000 ເຮັກຕາ ຢູ່ເມືອງສະໜາມໄຊ ແຂວງອັດຕະປືພາຍໃຕ້ໂຄງການໜຶ່ງແລວທາງ-ໜື່ງເສັ້ນທາງ ລາວ-ຈີນ ແຕ່ໂຄງການດັ່ງກ່າວຍັງຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້.
ພິທີເຊັນສັນຍາກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 7 ເມສາ 2021 ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ ລະຫວ່າງຕາງໜ້າລັດຖະບານລາວ ແລະ ຕາງໜ້າບໍລິສັດເຈ່ຍລັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນເຂົ້າຮ່ວມ.
ໂຄງການດັ່ງກ່າວນີ້ຖ້າມີການພັດທະນາ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນຈະສ້າງວຽກເຮັດງານທໍາໃຫ້ປະຊາຊົນທ້ອງຖິ່ນ ປະມານ 50.000 – 60.000 ຄົນ, ນອກນັ້ນ ບໍລິສັດມີແຜນທີ່ຈະສ້າງໂຮງຮຽນປະຖົມ 20 ແຫ່ງ ແລະ ສຸກສາລາ 20 ແຫ່ງ ແລະ ອື່ນໆ ໃຫ້ປະຊາຊົນທ້ອງຖິ່ນໃຫ້ສຳເລັດພາຍໃນໄລຍະເວລາ 5 ປີ.
ຂໍ້ມູນ-ພາບ: ກະຊວງແຜນການ ແລະ ການລົງທຶນ

