ງານ​ມະຫະ​ກຳ​ຊັບ​ສິນ​ທາງ​ປັນຍາ 2021ຈະ​ມີ​ການວາງສະແດງ​ຜົນງານ​ຊັບ​ສິນ​ທາງ​ປັນຍາ​ຂອງ​ລາວ ຫຼາຍ​ກວ່າ 100 ຮ້ານເຂົ້າຮ່ວມ

ງານ​ມະຫະ​ກຳ​ຊັບ​ສິນ​ທາງ​ປັນຍາ 2021ຈະ​ມີ​ການວາງສະແດງ​ຜົນງານ​ຊັບ​ສິນ​ທາງ​ປັນຍາ​ຂອງ​ລາວ ຫຼາຍ​ກວ່າ 100 ຮ້ານເຂົ້າຮ່ວມ

 ງານ​ມະຫະ​ກຳ​ຊັບ​ສິນ​ທາງ​ປັນຍາ 2021 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-26 ເມສາ​ 2021 ນີ້ທີ່​ສູນ​ການ​ຄ້າ​ລາວ​-​ໄອ​ເຕັກ ນະຄອນຫຼວງວຽງຈັນ ຈະ​ມີ​ການວາງສະແດງ​ຜົນງານ​ຊັບ​ສິນ​ທາງ​ປັນຍາ​ຂອງ​ລາວ ຫຼາຍ​ກວ່າ 100 ຮ້ານເຂົ້າຮ່ວມ ແລະ ນອກນັ້ນຜູ້ທ່ຽວງານຍັງຈະໄດ້ສໍາດຜັດ ກັບ 6 ສິນຄ້າ​ທີ່​ຈົດ​ທະບຽນ​ຖິ່ນ​ກຳເນີດ ຄື: ຊາ​ກໍ​ແມນ ຈາກ​ແຂວງ​ຜົ້ງ​ສາລີ, ເຂົ້າ​ໄກ່​ນ້ອຍ ຈາກ​ແຂວງ​ຫົວພັນ ແລະ ແຂວງ​ຊຽງ​ຂວາງ, ຜ້າໄໝ​ຫົວພັນ ຈາກ​ແຂວງ​ຫົວພັນ, ຜ້າໄໝ​ຫຼວງ​ພະ​ບາງ ຈາກ​ແຂວງ​ຫຼວງ​ພະ​ບາງ, ກາເຟ​ບໍລະເວນ ແລະ ຊາ​ປາກ​ຊ່ອງ ຈາກ​ແຂວງ​ຈຳປາ​ສັກ ອີກດ້ວຍ.
 ທ່ານ ນາງ ຂັນ​ລາສີ ແກ້ວ​ບຸນ​ພັນ ໄດ້ກ່າວໃນພິທີຖະແຫຼງຂ່າວກ່ຽວກັບການຈັດງານດັ່ງກ່າວເມື່ອວັນທີ 8 ເມສາ 2021 ທີ່ຜ່ານມາໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ​ ການ​ຈັດ​ງານ​ມະຫະ​ກຳ​ຊັບ​ສິນ​ທາງ​ປັນຍາ ປະຈຳ​ປີ 2021 ຂຶ້ນ ເພື່ອ​ສະເຫຼີມສະຫຼອງ​ວັນ​ຊັບ​ສິນ​ທາງ​ປັນຍາ​ໂລກ 26 ເມສາ 2021 ຄົບຮອບ 21 ປີ. ງານ​ດັ່ງກ່າວ ເພື່ອ​ເປັນ​ການ​ເຜີຍແຜ່ ແລະ ສົ່ງເສີມ​ຜົນງານ​ທາງ​ດ້ານ​ຊັບ​ສິນ​ທາງ​ປັນຍາ ໂດຍ​ສະເພາະ ບົດບາດ​ຂອງ​ຊັບ​ສິນ​ທາງ​ປັນຍາ ຕໍ່​ການ​ສົ່ງເສີມ​ຫົວຄິດ​ປະດິດ​ສ້າງ, ຫົວຄິດ​ປະດິດ​ຄິດ​ແຕ່ງ ທີ່​ນໍາ​ໃຊ້​ນະ​ວັດຕະ​ກຳ​ເຂົ້າ​ໃນ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ, ການ​ສ້າງ​ເອກະລັກ​ຂອງ​ສິນຄ້າ, ການ​ອອກ​ແບບ​ຜະລິດ​ຕະ​ພັນ​ທີ່​ໂດດ​ເດັ່ນ, ການ​ປັບປຸງ​ພັນ​ພືດ​ໃໝ່, ການ​ສ້າງສັນ​ຜົນງານ​ທາງ​ດ້ານ​ວິທະຍາສາດ, ສິລະ​ປະ​ກໍາ ແລະ ວັນ​ນະ​ກໍາ, ການ​ສົ່ງເສີມ​ຜະລິດ​ຕະ​ພັນ​ທາງ​ກະ​ສິ​ກໍາ, ການສະແດງ​ອອກ​ທາງ​ດ້ານ​ຮີດຄອງ​ປະເພນີ ວັດທະນະທຳ​ແບບ​ດັ່ງເດີມ ແລະ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຊັບ​ສິນ​ທາງ​ປັນ​ຍາ.
 ທ່ານ ນາງ ຂັນ​ລາສີ ໄດ້ກ່າວຕື່ມວ່າ: ນອກຈາກການວາງສະແດງ​ຜົນງານ​ຊັບ​ສິນ​ທາງ​ປັນຍາແລ້ວ ພາຍ​ໃນ​ງານ ຍັງ​ຈະ​ມີ​ກອງ​ປະ​ຊຸມ​ສໍາ​ມະ​ນາ ໃນ​ຫົວຂໍ້ “ຊັບ​ສິນ​ທາງ​ປັນຍາ ແລະ ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ກາງ, ນຳ​ຄວາມ​ຄິດ​ຂອງ​ທ່ານ​ເຂົ້າ​ສູ່​ຕະຫຼາດ” ຊຶ່ງ​ເປັນ​ການ​ສົ່ງເສີມ​ທຸລະ​ກິດ​ຂະໜາດ​ນ້ອຍ ແລະ ຂະໜາດ​ກາງ ໃນ​ການ​ສ້າງຕັ້ງ​ທຸລະ​ກິດ​ໃໝ່ ໃຫ້​ໄດ້​ຮັບ​ຄວາມ​ຄິດ​ສ້າງສັນ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ຕົນ​ເອງ​ຈາກ ຫົວຄິດ​ປະດິດ​ສ້າງ, ຫົວຄິດ​ປະດິດ​ແຕ່ງ ເພື່ອ​ເຮັດ​ໃຫ້​ທຸລະ​ກິດ​ເຫຼົ່ານັ້ນ​ຜະລິດ​ສິນຄ້າ ແລະ ການ​ບໍລິການ ອອກ​ສູ່​ຕະຫຼາດ ຊຶ່ງ​ຫົວໜ່ວຍ​ທຸລະ​ກິດ​ຂະໜາດ​ນ້ອຍ ແລະ ຂະໜາດ​ກາງ​ສ່ວນ​ຫຼາຍ ກໍ​ເລີ່ມ​ຕົ້ນ​ສ້າງຕັ້ງ​ທຸລະ​ກິດ​ຈາກ​ຫົວຄິດ​ປະດິດ​ສ້າງ​ຂອງ​ຕົນ​ເອງ.

Related Articles

Leave a Reply