ປະທານປະເທດເນັ້ນໃຫ້ສະມາຊິກລັດຖະບານຫັນການບໍລິຫານວຽກງານຂອງລັດ ໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ

ປະທານປະເທດເນັ້ນໃຫ້ສະມາຊິກລັດຖະບານຫັນການບໍລິຫານວຽກງານຂອງລັດ ໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ

ທີ່ກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ຊຸດທີ IX ໄດ້ຈັດຂຶ້ນເມື່ອວັນທີ 9 ເມສາ 2021 ທີ່ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕິ, ທ່ານທອງລຸນ ສີສຸລິດໄດ້ຊີ້ນໍາຄະນະລັດຖະບານໂດຍເນັ້ນໃຫ້ປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ, ກົມກອງ ແລະ ພະແນກການ ໃຫ້ເໝາະສົມ ລວມທັງ ຄົ້ນຄວ້າ ປັບປຸງກົງຈັກຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ສອດຄ່ອງກັນ ບົນຈິດໃຈກະທັດຮັດ, ມີປະສິດທິພາບສູງ ແລະ ສາມາດກວດກາໄດ້, ລົບລ້າງການບໍລິຫານລັດ ທີ່ເປັນຂອດລະຫວ່າງກາງ, ມອບໜ້າທີ່ຮັບຜິດຊອບ ໃຫ້ບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ ແລະ ເຈົ້າແຂວງ ໃຫ້ລະອຽດຂຶ້ນກວ່າເກົ່າ.

ທ່ານທອງລຸນ ໄດ້ຊີ້ນໍາຕື່ມວ່າ: ໃຫ້ຫັນການບໍລິຫານວຽກງານຂອງລັດ ໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ. ສະມາຊິກລັດຖະບານ ຕ້ອງເປັນຜູ້ຄິດ, ຄົ້ນຫາສິ່ງໃໝ່ໆ ໃນການບໍລິຫານວຽກ, ບໍລິຫານຄົນ ໃຫ້ຄ່ອງແຄ້ວ, ທັງຕ້ອງເປັນແບບຢ່າງທີ່ດີ, ເຮັດວຽກຍາມໃດກໍໃກ້ຊິດຕິດແທດຕົວຈິງກັບຮາກຖານ, ເປັນແບບຢ່າງໃນການປ່ຽນແປງສູ່ອັນໃໝ່, ສ້າງການຫັນປ່ຽນແບບບຸກທະລຸດ້ານຕ່າງໆ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ ທີ່ຕົນຊີ້ນຳບັນຊາໃຫ້ເຂົາກ້າຄິດ, ກ້າເຮັດໃນສິ່ງທີ່ຖືກກົດໝາຍ; ສະມາຊິກລັດຖະບານ ຕ້ອງກ້າຕັດສິນໃຈ ແລະ ກ້າຮັບຜິດຊອບ, ມີຄວາມຊື່ສັດບໍລິສຸດ, ຍົກສູງຜົນປະໂຫຍດສ່ວນລວມ, ຖືຜົນປະໂຫຍດຂອງປະຊາຊົນສູງກວ່າສິ່ງໃດ ແນໃສ່ເພີ່ມຄວາມເຫຼື້ອມໃສສັດທາຂອງປະຊາຊົນ ຕໍ່ພັກ-ລັດເຮົາ. ໃຫ້ລັດຖະບານ ສືບຕໍ່ປັບປຸງແກ້ໄຂຄວາມໂປ່ງໃສຂອງພະນັກງານ ຢ່າງແຂງແຮງກວ່າເກົ່າ.

ພາບ-ເນື້ອໃນ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply