ສະຖານທີ່ທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດ ພູເພັດ-ພູຄໍາ ຕັ້ງຢູ່ບ້ານປາງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ຫ່າງຈາກຕົວເມືອງຫຼວງນໍ້າທາ 30 ກິໂລແມັດ, ມີເນື້ອທີ່ທັງຫມົດ 27 ເຮັກຕາ, ເປັນແຫຼ່ງທ່ອງທ່ຽວທີ່ໄດ້ ຮັບຄວາມນິຍົມຈາກນັກທ່ອງທ່ຽວ ໂດຍມີຫຼາຍກິດຈະກໍາເພື່ອດຶງດູດນັກທ່ອງທ່ຽວປະກອບມີນໍ້າຕົກຕາດ, ຂີ່ເຮືອ, ຂີ່ສະລິງ, ຂີ່ມ້າ, ສະໄລເດີ, ຕັ້ງແຄ້ມພັກຍາມຄໍ່າຄືນ, ຊົມສວນຜັກປອດສານພິດ, ສວນໝາກໄມ້, ສວນກາເຟ, ສວນຊາ ແລະ ອື່ນໆ.
ທ່ານ ສົມສະຫວາດ ນາມອິນທາ ຫົວໜ້າຂະແໜງທ່ອງທ່ຽວ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ນໍ້າຕົກຕາດ ພູເພັດ-ພູຄໍາ ເປັນສະຖານທີ່ທ່ອງທ່ຽວທໍາ ມະຊາດທີ່ນັກລົງທຶນ ເອກະຊົນເປັນຜູ້ສໍາປະທານພັດທະນາ, ເລີ່ມເປີດບໍລິການມາແຕ່ປີ 2014 ເຊີ່ງຂະແໜງທ່ອງທ່ຽວແຂວງໄດ້ຊຸກຍູ້ສົ່ງເສີມໂດຍກົງ ໂດຍສະເພາະການວາງແຜນຈັດກິດຈະກໍາ ການທ່ອງທ່ຽວ, ລວມເຖິງໄດ້ຮ່ວມກັບໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງ ທ່ຽວຂອງທະນາຄານພັດທະນາອາຊີ ຊ່ວຍເຫຼືອປ້າຍນໍາສະເໜີຂໍ້ມູນຕ່າງໆ ແລະ ສົມທົບທຶນຈໍານວນໜຶ່ງ ເພື່ອສ້າງຫ້ອງນໍ້າຢູ່ສະຖານທີ່ທ່ອງທ່ຽວດັ່ງກ່າວ. ນອກຈາກນີ້ ຍັງຕິດຕາມ ແລະ ໃຫ້ການຊ່ວຍເຫຼືອດ້ານຕ່າງໆ ແກ່ສະຖານທີ່ທ່ອງ ທ່ຽວແຫ່ງນີ້ຢ່າງຕໍ່ເນື່ອງ ເພື່ອສ້າງໃຫ້ເປັນສະຖານທີ່ທ່ອງທ່ຽວສໍາຄັນຂອງ ແຂວງ ເພື່ອດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວແຂວງຫຼວງນໍ້າທານັບມື້ເພີ່ມຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ມົດແດງນ້ອຍ

