ປະຊາຊົນລາວຈໍານວນຫຼາຍມີການລະເຫຼີງ ແລະ ຖືເບົາຕໍ່ມາດຕະການປ້ອງ ກັນພະຍາດໂຄວິດ-19

ປະຊາຊົນລາວຈໍານວນຫຼາຍມີການລະເຫຼີງ ແລະ ຖືເບົາຕໍ່ມາດຕະການປ້ອງ ກັນພະຍາດໂຄວິດ-19

 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ຖະແຫຼງຂ່າວຢ່າງເປັນທາງການເມື່ອວັນທີ 12 ເມສາ 2021 ນີ້ທີ່ສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ໃນ 2-3 ວັນຕໍ່ໜ້ານີ້, ປະຊາຊົນລາວທົ່ວປະເທດຈະໄດ້ສະເຫຼີມສະຫຼອງການຫຼິ້ນປີໃໝ່ລາວ ພສ 2564 ໂດຍຄຽງຄູ່ກັບໄພຂົ່ມຂູ່ ຫຼື ປະເຊີນກັບການແຜ່ລະບາດລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ແຜ່ລາມເປັນວົງກວ້າງນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນຍັງບໍ່ສາມາດຢັບ ຢັ້ງພະຍາດນີ້ໄດ້ເທື່ອ. ເພື່ອຮັບມືກັບສະພາບການດັ່ງກ່າວ, ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງມີສະຕິ ລະວັງຕົວໃນການປ້ອງກັນພະຍາດດັ່ງກ່າວຕາມການແຈ້ງ ການຂອງຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ຍ້ອນວ່າຢູ່ປະເທດອ້ອມຂ້າງຂອງພວກເຮົາຍັງມີການລະບາດນີ້ຮຸນແຮງຂຶ້ນ, ມີການລະ ບາດໃນຮອບໃໝ່, ຊຶ່ງໄດ້ຂະຫຍາຍອອກສູ່ວົງກ້ວາງ ແລະ ຍາກທີ່ຈະສະກັດກັ້ນ ແລະ ຄວບຄຸມໄວ້ໄດ້, ຊຶ່ງມີຄວາມສ່ຽງສູງທີ່ອາດຈະແຜ່ລະບາດເຂົ້າມາປະເທດເຮົາ, ເນື່ອງຈາກສັງຄົມ ເລີ່ມມີການລະເຫຼີງ, ຖືເບົາຕໍ່ມາດຕະການທີ່ຄະນະສະເພາະກິດວາງອອກ ແລະ ຍັງມີສະພາບການເຂົ້າເມືອງຜິດກົດໝາຍ ແລະ ກໍຍ້ອນວ່າພວກເຮົາໄດ້ຜ່ອນຜັນມາດຕະການ ຈຳນວນໜຶ່ງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ, ຊຶ່ງໄດ້ມີການອະນຸຍາດໃຫ້ເດີນທາງ ເຂົ້າ-ອອກ ສປປ ລາວ ແລະ ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການ ລະບາດຂອງພະຍາດ ເຂົ້າມາໃນປະເທດເຮົາ ຈຶ່ງໄດ້ພົບຜູ້ຕິດເຊື້ອ ທີ່ເດີນທາງມາຈາກຕ່າງປະເທດ.
ທ່ານ ກິແກ້ວ ໄດ້ກ່າວຕື່ມວ່າ: ເພື່ອສະກັດກັ້ນການລັກລອບເຂົ້າປະເທດຂອງພົນລະເມືອງລາວ ແລະ ຊາວຕ່າງຊາດແບບຜິດກົດໝາຍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງເພີ່ມທະວີການ ຕິດຕາມ, ກວດກາ ບໍລິເວນລຽບຕາມຊາຍແດນຢ່າງເຄັ່ງຄັດໂດຍສະເພາະຈຸດຂ້າມລອຍລະຫວ່າງ ປະເທດ ໃກ້ຄຽງທີ່ມີການລະບາດໃນຊຸມຊົນ ເພື່ອໃຫ້ສາມາດນຳເອົາຜູ້ລັກລອບເຂົ້າເມືອງ ຜິດກົດໝາຍ ມາກວດວິເຄາະຊອກຫາເຊື້ອພະຍາດໂຄວິດ-19 ແລະ ນໍາຕົວໄປຈໍາກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ໃຫ້ຄົບ 14 ວັນ ຕາມລະບຽບການ. ພ້ອມນີ້, ກໍຈະປະຕິບັດມາດຕະການເດັດຂາດ ຕໍ່ຜູ້ທີ່ລັກລອບເຂົ້າ-ອອກເມືອງ ຕາມລະບຽບກົດໝາຍກຳນົດ ແລະ ອື່ນໆ. ຕໍ່ສະພາບການດັ່ງກ່າວ, ລັດຖະບານມີແຜນສືບຕໍ່ສັກວັກຊີນໃຫ້ພົນລະເມືອງ ໃນປີ 2021 ໃຫ້ໄດ້ 22% ແລະ ປີ 2022 ໃຫ້ໄດ້ 70% ຂອງຈໍານວນພົນລະເມືອງທັງໝົດ.

ຂ່າວ: ວຽງຈັນທາຍ

ພາບ: ເພັດໂພໄຊ

Related Articles

Leave a Reply