ທົ່ວໂລກຍັງບໍ່ສາມາດຢັບຢັ້ງການແຜ່ລະບາດພະຍາດໂຄວິດ-19

ທົ່ວໂລກຍັງບໍ່ສາມາດຢັບຢັ້ງການແຜ່ລະບາດພະຍາດໂຄວິດ-19

ປະຈຸບັນໄດ້ມີວັກຊີນປ້ອງກັນ ແລະ ເພີ່ມມາດຕະການປ້ອງກັນແລ້ວກໍ່ຕາມແຕ່ຍັງບໍ່ສາມາດຢັບຢັ້ງການແຜ່ລະບາດພະຍາດໂຄວິດ-19 ໄດ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ລາຍງານ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເມື່ອວັນທີ 17 ເມສາ 2021. ທ່ານໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ປະຈຸບັນ ທົ່ວໂລກຍັງມີການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ 219 ປະເທດ/ເຂດ, ໝາຍຄວາມວ່ານັບແຕ່ມີການແຜ່ລະບາດຂອງພະຍາດດັ່ງກ່າວນີ້ຍັງບໍ່ມີປະເທດໃດທີ່ສາມາດຢັບຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວນີ້ໄດ້ເທື່ອເຖິງແມ່ນວ່າຈະມີວັກຊີນປ້ອງກັນແລ້ວກໍ່ຕາມ ຊຶ່ງຮອດປັດຈຸບັນມີຜູ້ຕິດເຊື້ອຫຼາຍກວ່າ 140 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 3 ລ້ານຄົນ ແລະ ປີ່ນປົວຫາຍດີຫຼາຍກວ່າ 119 ລ້ານຄົນ. ປະເທດທີ່ພົບຜູ້ຕິດເຊື້ອຫຼາຍກວ່າໝູ່ຍັງແມ່ນປະເທດສະຫະລັດອາເມຣິກາ ມີຜູ້ຕິດເຊື້ອສະສົມແລ້ວຫຼາຍກວ່າ 32 ລ້ານຄົນ ແລະ ເສຍຊີວິດຫຼາຍກວ່າ 579.900 ຄົນ, ຮອງລົງມາແມ່ນປະເທດ ອິນເດຍ ເຊິ່ງມີຜູ້ຕິດເຊື້ອຫຼາຍກວ່າ 14 ລ້ານຄົນ ແລະ ເສຍຊີວິດຫຼາຍກວ່າ 175.670 ຄົນ.
ທ່ານ ດຣ. ຣັດຕະນະໄຊ ຍັງກ່າວຕື່ມວ່າ: ສະເພາະຢູ່ປະເທດອາຊຽນ, ປະເທດອິນໂດເນເຊຍ ມີຜູ້ຕິດເຊື້ອສູງ ອັນດັບ 1 ຫຼື ເປັນອັນດັບທີ 19 ຂອງໂລກ ໂດຍມີຜູ້ຕິດເຊື້ອສະສົມຈາກພະຍາດດັ່ງກ່າວນີ້ແລ້ວຫຼາຍກວ່າ  1,5 ລ້ານຄົນ,​ ຮອງລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມາ, ສິງກະໂປ, ໄທ, ກໍາປູເຈຍ, ຫວຽດນາມ, ບຣູໄນ ແລະ ລາວ ຕາມລຳດັບ. 

Related Articles

Leave a Reply