ເຈົ້າເມືອງລະຄອນເພັງ ແຂວງ ສາລະວັນ ອອກຄຳສັ່ງເມື່່ອບໍ່ດົນມານີ້ວ່າ: ໃຫ້ອໍານາດການປົກຄອງບ້ານຊະນົມ, ບ້ານໂຮງສາຍທອງ ແລະ ບ້ານປາກຕາພານ ປິດຊົ່ວຄາວການເຂົ້າ-ອອກ ບ້ານຂອງຕົນ ນັບແຕ່ວັນທີ 17 ເມສາ ເປັນຕົ້ນໄປ ເພື່ອລໍຖ້າຜົນການກວດຫາເຊື້ອພະຍາດໂຄວິດ-19 ຂອງເປົ້າໝາຍຜູ້ທີ່ສໍາຜັດ ກັບກໍລະນີຜູ້ຕິດເຊື້ອຄົນທີ 54 ຂອງ ສປປ ລາວ.
ໂດຍບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນ 3 ບ້ານ ໄປມາຫາສູ່ກັບບຸກຄົນພາຍນອກ ແລະ ບໍ່ໃຫ້ພໍ່ແມ່ປະຊາຊົນບ້ານອື່ນ ເດີນທາງເຂົ້າໄປໃນ 3 ບ້ານດັ່ງກ່າວ ຢ່າງເດັດຂາດ (ຍົກເວັ້ນການໄປທໍາການຜະລິດ-ຊອກຢູ່ຫາກິນ ແຕ່ຕ້ອງຢູ່ໃນຂອບເຂດບ້ານຂອງຕົນ ແລະ ຫຼີກເວັ້ນການພົບປະກັບບຸກຄົນອື່ນ).
ພ້ອມກັນນັ້ນ ຍັງໄດ້ປິດການຮຽນ-ການສອນຊົ່ວຄາວໂຮງຮຽນທີ່ມີປະຫວັດ ພົວພັນ ສໍາຜັດກັບຜູ້ຕິດເຊື້ອກໍລະນີ 54 ເຊັ່ນ: ໂຮງຮຽນ ມສ ປາກຕາພານ, ໂຮງຮຽນປະຖົມບ້ານຊະນົມ ແລະ ໂຮງຮຽນປະຖົມບ້ານໂຮງສາຍທອງ.

