ມາດຕະການຕ່າງໆເພື່ອປ້ອງກັນພະຍາດໂຄວິດ-19 ໄດ້ເປັນອຸປະສັກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນແຕ່ກໍ່ຈຳເປັນເພື່ອປ້ອງກັນຊີວິດຂອງປະຊາຊົນ

ມາດຕະການຕ່າງໆເພື່ອປ້ອງກັນພະຍາດໂຄວິດ-19 ໄດ້ເປັນອຸປະສັກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນແຕ່ກໍ່ຈຳເປັນເພື່ອປ້ອງກັນຊີວິດຂອງປະຊາຊົນ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຖະແຫຼງກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ ໂຄວິດ-19 ເມື່ອວັນທີ 19 ເມສາ 2021 ນີ້ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ບັນດາມາດຕະການຕ່າງໆທີ່ທາງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ວາງອອກ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ສ້າງຄວາມບໍ່ສະດວກໃຫ້ແກ່ພໍ່ແມ່ປະຊາຊົນ ກ່ຽວກັບການດຳລົງຊີວິດ ແຕ່ກໍ່ຈຳເປັນເພື່ອປ້ອງກັນຊີວິດຂອງປະຊາຊົນ ແລະ ເພື່ອປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ລະບາດທີ່ຮຸນແຮງຄືກັບຫຼາຍປະເທດ ໂດຍສະເພາະປະເທດທີ່ມີຊາຍແດນຕິດກັບປະເທດລາວເຮົາ ທີ່ມີການລະບາດຮອບ2 ຮອບ3 ບາງປະເທດມີຜູ້ຕິດເຊື້ອສູງເຖິງ 1.500-1.800 ຄົນຕໍ່ວັນ.
ທ່ານ ພັນຄຳ ໄດ້ກ່າວຕື່ມວ່າ:
ມີຄົນຈຳນວນໜຶ່ງ ຢູ່ບາງທ້ອງຖິ່ນ ຍັງຂາດສະຕິ ຄວາມຮັບຜິດຊອບ ຕໍ່ກັບການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ໄດ້ວາງອອກນັ້ນ ຈຶ່ງເກີດມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 ຕື່ມອີກ ພຽງແຕ່ໃນໄລຍະສະຫຼອງປີໃໝ່ ໄດ້ເພີ່ມຈາກ 49 ຄົນ ໃນວັນທີ 13 ເມສາ 2021 ມາເປັນ 58 ຄົນ ໃນວັນທີ 18 ເມສາ 2021 ໝາຍວ່າ ເພີ່ມອີກ 9 ຄົນ ຊຶ່ງເປັນອັດຕາສ່ວນທີ່ເພີ່ມຂຶ້ນໄວ ຖ້າທຽບໃສ່ໄລຍະຜ່ານມາ ໃນ 9 ຄົນນີ້ ໄດ້ມີການພົວພັນກັບຄົນອື່ນ ຊຶ່ງກໍ່ມີຄວາມສ່ຽງສູງ  ຕໍ່ການຕິດເຊື້ອ 218 ຄົນ. ນີ້ເປັນທ່າອ່ຽງທີ່ບໍ່ດີເລີຍສຳລັບປະເທດເຮົາ ສາເຫດຕິດເຊື້ອແມ່ນນຳມາຈາກຕ່າງປະເທດທັງໝົດ ນັບທັງການເຂົ້າມາຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ແບບລັກລອບເຂົ້າມາແບບບໍ່ຖືກຕ້ອງ. ເພື່ອສືບຕໍ່ເພີ່ມທະວີປ້ອງກັນ, ຄວບຄຸມ ສະກັດກັ້ນ, ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ພວກເຮົາ ຕ້ອງພ້ອມກັນ ເພີ່ມທະວີຄວາມຮັບຜິດຊອບຕໍ່ປະເທດຊາດ, ຕໍ່ປະຊາຊົນຂອງພວກເຮົາ ໂດຍການມີສະຕິລະວັງຕົວໃຫ້ສູງຂຶ້ນກວ່າເກົ່າ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈະສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ອອກມາດຕະການຢ່າງເໝາະສົມ ພ້ອມທັງເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ. ພ້ອມກັນນີ້ ກໍ່ຈະຮີບຮ້ອນສັກວັກຊີນ ໃຫ້ພົນລະເມືອງ ໃຫ້ໄດ້ ຢ່າງໜ້ອຍ 22% ໃນປີ 2021 ຫາກໄດ້ຮັບການສະໜັບສະໜູນຈາກຜູ້ປະກອບການ ຫຼື ຈາກການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ເຊື່ອວ່າພວກເຮົາຈະສາມາດຈັດຕັ້ງປະຕິບັດໄດ້ເກີນ 22%. ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານ ໂດຍສະເພາະທີ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນ ເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ ຢູ່ປະເທດເຮົາ.

ພາບ-ເນື້ອໃນ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply