ແຂວງບໍລິຄໍາໄຊ ຫ້າມບໍ່ໃຫ້ແຮງງານລາວລັກລອບເດີນທາງຂ້າມນໍ້າຂອງມາທາງເຮືອກີບ ເຮືອຈັກ ຢ່າງເດັດຂາດ

ແຂວງບໍລິຄໍາໄຊ ຫ້າມບໍ່ໃຫ້ແຮງງານລາວລັກລອບເດີນທາງຂ້າມນໍ້າຂອງມາທາງເຮືອກີບ ເຮືອຈັກ ຢ່າງເດັດຂາດ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແຂວງ ບໍລິຄໍາໄຊ ໄດ້ແຈ້ງການ ເມື່ອບໍ່ດົນມານີ້ວ່າ: ຫ້າມບໍ່ໃຫ້ແຮງງານລາວລັກລອບເຂົ້າເມືອງຜິດກົດໝາຍຜ່ານຊ່ອງທາງຕ່າງໆ ໂດຍບໍ່ໄດ້ຜ່ານດ່ານຊາຍແດນທີ່ຄະນະສະເພາະກິດຂັ້ນແຂວງອະນຸຍາດ ຊຶ່ງມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດເຂົ້າມາແຜ່ລະບາດໃນຊຸມຊົນ-ສັງຄົມ ແຂວງບໍລິຄໍາໄຊ.

ໂດຍສະເພາະຫ້າມບໍ່ໃຫ້ແຮງງານລາວລັກລອບເດີນທາງຂ້າມນໍ້າຂອງມາທາງເຮືອກາບ, ເຮືອຈັກ ແລະ ເຮືອຫາປາປະເພດຕ່າງໆຢ່າງເດັດຂາດ ໃນນັ້ນໃຫ້ອໍານາດການປົກຄອງແຕ່ລະບ້ານທີ່ຕັ້ງຢູ່ລຽບຕາມແຄມແມ່ນໍ້າຂອງ ເຊັ່ນ: ເມືອງປາກຊັນ, ທ່າພະບາດ ແລະ ເມືອງປາກກະດິງ ໃຫ້ຂຶ້ນບັນຊີເຮືອກາບ, ເຮືອຈັກ ທີ່ປະຊາຊົນນໍາໃຊ້ທໍາມາຫາກິນຢູ່ຕາມລໍາແມ່ນໍ້າຂອງໃຫ້ເອົາເຮືອຂຶ້ນໄວ້ກ່ອນ, ບໍ່ໃຫ້ມີການເຄື່ອນໄຫວໃດໆ ຈົນກວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຈະຫຼຸດຜ່ອນລົງ ເພື່ອຮັບປະກັນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໃນໄລຍະທີ່ມີການລະບາດແຮງເປັນວົງກວ້າງຢູ່ປະເທດໃກ້ຄຽງ.

ພ້ອມກັນນັ້ນ ຫ້າມບໍ່ໃຫ້ ພໍ່ແມ່ຜູ້ປົກຄອງ ຫຼື ຍາດພີ່ນ້ອງປົກປິດ ເຊື່ອງອໍາຂໍ້ມູນການເຂົ້າ-ອອກ ຂອງແຮງງານທີ່ໄປເຮັດວຽກຢູ່ປະເທດໃກ້ຄຽງ ທີ່ເດີນທາງກັບທ້ອງຖິ່ນບໍ່ຖືກຕ້ອງ ຊຶ່ງກໍລະນີພົບເຫັນໃຫ້ແຈ້ງຕໍ່ອໍານາດການປົກຄອງ ບ້ານ ແລະ ຄະນະສະເພາະກິດຂັ້ນເມືອງໂດຍດ່ວນ ເພື່ອນໍາເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດແຕ່ລະເມືອງກໍານົດໄວ້.

ຖ້າມີການຝ່າຝືນ ຫຼື ບໍ່ໃຫ້ການຮ່ວມມື ຈະຖືກປັບໃໝ ແລະ ຈະຖືກດໍາເນີນຄະດີຕາມກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ່ 59/ສພຊ, ລົງວັນທີ 26/12/2014.

ແຫຼ່ງຂ່າວ: ໜັງສືພິມບໍລິຄໍາໄຊ

ຮູບ: ປະກອບ

Related Articles

Leave a Reply