ບາງຂໍ້ຫ້າມ ແຕ່ມີຂໍ້ຍົກເວັ້ນຈາກຄໍາສັ່ງຂອງນາຍົກລັດ ຖະມົນຕີໃນການປ້ອງ ກັນພະຍາດໂຄວິດ-19

ບາງຂໍ້ຫ້າມ ແຕ່ມີຂໍ້ຍົກເວັ້ນຈາກຄໍາສັ່ງຂອງນາຍົກລັດ ຖະມົນຕີໃນການປ້ອງ ກັນພະຍາດໂຄວິດ-19

ບາງຂໍ້ຫ້າມ ແຕ່ມີຂໍ້ຍົກເວັ້ນຈາກຄໍາສັ່ງຂອງທ່ານພັນຄໍາ ວິພາວັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວທີ່ໄດ້ອອກຄໍາສັ່ງເມື່ອວັນທີ 21 ເມສາ 2021 ທີ່ຜ່ານມານີ້ ພາຍຫຼັງທີ່ມີການແຜ່ລະ ບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ ໂດຍມີຜູ້ຕິດເຊື້ອ 26 ຄົນພາຍໃນວັນດຽວຢູ່ນະຄອນຫຼວງວຽງຈັນນັ້ນປະກອບມີ: ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ຫຼຸດຈໍານວນພະນັກງານ, ລັດຖະກອນ, ກຳມະກອນ ຂອງຕົນ ມາປະຈຳການໃນແຕ່ລະວັນ ຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ເມສາ ຫາ 05 ພຶດສະພາ 2011, ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສື່ສານ, ຂົນສົ່ງ, ສາທາລະນະສຸກ, ອາສາສະໝັກ, ຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈຳການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ. ສ່ວນຜູ້ທີ່ບໍ່ໄດ້ມາປະຈຳການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນ ເປັນປົກກະຕິ ຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ, ຫ້າມຄົນຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ,ຍົກເວັ້ນ ຜູ້ທີ່ມີພູມລຳເນົາ, ເຮັດວຽກປະຈຳ ຢູ່ນະຄອນຫຼວງວຽງຈັນ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ຫຼື ຄະນະສະເພາະກິດຂັ້ນສູນກາງ ແລະ ການຂົນສົ່ງສິນຄ້າ ໃຫ້ໂຈະການບໍລິການຂົນສົ່ງໂດຍສານຈາກນະຄອນຫຼວງ ໄປຕ່າງແຂວງ ແລະ ຈາກຕ່າງແຂວງ ເຂົ້າມານະຄອນຫຼວງວຽງຈັນ. ໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕັ້ງດ່ານ ເພື່ອກວດກາ ຢ່າງເຂັ້ມງວດ, ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ໃນກິດຈະການທີ່ລະບຸໄວ້ໃນຂໍ້ທີ 3 ແລະ 11 ຂອງຄຳສັ່ງສະບັບນີ້ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍ ຂອງການຈັດຕັ້ງ. ສ່ວນຜູ້ທີ່ຈໍາເປັນຕ້ອງໄປທຳການຜະລິດກະສິກໍາ ເພື່ອເປັນສະບຽງອາຫານ ກໍ່ສາມາດໄປໄດ້ແຕ່ມອບໃຫ້ອົງການປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈໍານວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ.
 ນອກນັ້ນຄໍາສັ່ງດັ່ງກ່າວຍັງຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສັງສັນຕ່າງໆ, ກໍລະນີຈຳເປັນຕ້ອງຈັດກິດຈະກຳ ເປັນຕົ້ນຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກດັງ, ລ້າງມືໃສ່ສະບູ ຫຼື ນ້ຳຢາຂ້າເຊື້ອ, ໃຫ້ສືບຕໍ່ປີດດ່ານສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທາງບົກ ແລະ ທາງນ້ຳ ທີ່ມີຊາຍແດນຕິດຈອດກັບປະເທດທີ່ມີການລະບາດ ຂອງເຊື້ອ ພະຍາດ ໂຄວິດ-19 ໃນຊຸມຊົນ ສຳລັບບຸກຄົນທົ່ວໄປ, ຍົກເວັ້ນ ຜູ້ທີ່ມີຄວາມຈຳເປັນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ແລະ ລົດຂົນສົ່ງສິນຄ້າ ໂດຍໃຫ້ມີປະກັນໄພໂຄວິດ-19 ແລະ ໃສ່ອຸປະກອນຕິດຕາມທາງການແພດ ໃນໄລຍະຈຳກັດບໍລິເວນ 14 ວັນ, ໃຫ້ກະຊວງການຕ່າງປະເທດ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກ ໃຫ້ແກ່ຊາວຕ່າງປະເທດ ທີ່ມີຈຸດປະສົງຢາກເດີນທາງ ກັບຄືນປະເທດຂອງຕົນ, ອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການທີ່ມີຄວາມຈຳເປັນ ເປັນຕົ້ນແມ່ນ ບັນດາໂຄງການໃຫຍ່, ໂຮງຊ່າງ-ໂຮງງານ,ທະນາຄານ, ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ໂຮງໝໍ, ສູນການແພດ,ຮ້ານຂາຍຢາ, ໜ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ການບໍລິການເກັບ ແລະຖິ້ມຂີ້ເຫຍື້ອ, ຕະຫຼາດກະສິກຳ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປ້ຳນ້ຳມັນ, ຮ້ານອາຫານ ແລະ ຮ້ານກາເຟ. ຣີສອດ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ ແຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງ ໃຫ້ຈັດຕັ້ງການຜັດປ່ຽນກັນມາເຮັດວຽກເພື່ອຫຼຸດຜ່ອນຄວາມແອອັດ.

Related Articles

Leave a Reply