ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ອາທິດນີ້ ຈະບໍ່ອະນຸຍາດໃຫ້ກອງເຊຍບານເຕະເຂົ້າຊົມໃນສະໜາມ ຢ່າງເດັດຂາດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ແຕ່ບັນດາກອງເຊຍ ຍັງສາມາດຕິດຕາມການຖ່າຍທອດສົດ ການແຂ່ງຂັນບານເຕະ ເປບຊີ ລາວລີກ1 ໄດ້ ຜ່ານສື່ອອນລາຍ ກໍຄືແອັບພລິເຄຊັ້ນ MYCUJOO.
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ແຈ້ງໃຫ້ຊາບວ່າ: ການແຂ່ງຂັນ ເປບຊີ ລາວລີກ 1 ສຳລັບ ອາທິດນີ້ ແມ່ນມີການແຂ່ງຂັນ 2 ຄູ່ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ຄື: ວັນທີ 24 ເມສາ 2021 ສະໂມສອນ ເອັຟຊີ ຈັນທະບູລີ ພົບ ສະໂມສອນ ເອສະຣາ ເອັຟຊີ (ເວລາ 16:00) ແລະ ວັນທີ 25 ເມສາ 2021 ສະໂມສອນ ກອງທັບ ເອັຟຊີ ພົບ ສະໂມສອນ ຊ້າງນ້ອຍ ເອັຟຊີ (ເວລາ 16:00).
ສໍາລັບ ຕົ້ນເດືອນພຶດສະພາ ຈະມາຮອດນີ້ ຈະມີການແຂ່ງສອງຄູ່ເຊັ່ນກັນ ທີ່ສະໜາມກິລາແຫ່ງຊາດຫລັກ 16 (ເວລາ 16:00) ຄື: ວັນທີ 1 ພຶດສະພາ 2021 ສະໂມສອນ ຊ້າງນ້ອຍ ເອັຟຊີ ພົບ ສະໂມສອນ ເອັຟຊີ ຈັນທະບູລີ ແລະ ວັນທີ 2 ພຶດສະພາ 2021 ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ພົບ ສະໂມສອນ ເອສະຣາ ເອັຟຊີ. ໂດຍການແຂ່ງຂັນທັງ 4 ນັດດັ່ງກ່າວ ແມ່ນຈະເປັນການແຂ່ງຂັນແບບປິດສະໜາມ ຊຶ່ງບໍ່ອະນຸຍາດໃຫ້ກອງເຊຍເຂົ້າຊົມການແຂ່ງຂັນເພື່ອຈຳກັດຈຳນວນຄົນໃນສະໜາມແຂ່ງຂັນ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ມີທັງໝົດ 5 ສະໂມສອນ ເຂົ້າຮ່ວມປະກອບມີ ສະໂມສອນ ເອັຟຊີ ຈັນທະບູລີ, ສະໂມສອນ ຊ້າງນ້ອຍ ເອັຟຊີ, ສະໂມສອນ ເອສະຣາ ເອັຟຊີ, ສະໂມສອນ ກອງທັບ ເອັຟຊີ ແລະ ສະໂມສອນ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ, ຊຶ່ງການແຂ່ງຂັນ ໄດ້ເລີ່ມເປິດ ເປັນທາງການຂຶ້ນໃນວັນທີ 27 ມີນາ 2021 ແລະ ຈະປິດລະດູການແຂ່ງຂັນລົງໃນທ້າຍເດືອນກໍລະກົດ 2021.
ຂໍ້ມູນ+ຮູບ: ສຕລ

