ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 6 ຄົນ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ

ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 6 ຄົນ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ

ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາໄດ້ຖະແຫຼງຂ່າວໃນວັນທີ 22 ເມສາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 6 ຄົນ, ກວດພົບເຊື້ອດັ່ງກ່າວໃນວັນທີ 21-22 ເມສາ 2021 ນີ້ ຊຶ່ງ ຜູ້ທໍາອິດ ຫຼື ຜູ້ທີ 89 ເປັນເພດຍິງ, ອາຍຸ 24 ປີ, ສັນຊາດ ລາວ, ອາຊີບ ເຮັດວຽກຢູ່ຮ້ານອາຫານ  ຢູ່ແຂວງ ປະທຸມທານີ, ປະເທດໄທ, ປະຈຸບັນ ຢູ່ເມືອງອຸທຸມພອນ, ແຂວງສະຫວັນນະເຂດ ກວດພົບເຊື້ອວັນທີ 21 ເມສາ 2021, ຜູ້ທີ 2 ຫຼື ຜູ້ທີ 90 ເປັນເພດຊາຍ, ອາຍຸ 31 ປີ, ສັນຊາດ ລາວ, ອາຊີບ ພະນັກງານ, ປະຈຸບັນ ຢູ່ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ກວດພົບເຊື້ອວັນທີ 22 ເມສາ 2021, ຜູ້ທີ 3 ຫຼື ຜູ້ ທີ 91 ເປັນເພດຊາຍ, ອາຍຸ 28 ປີ, ສັນຊາດ ລາວ, ປະຈຸບັນ ຢູ່ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
ເປັນກໍລະນີສຳຜັດ ກັບ ຜູ້ຕິດເຊື້ອຜູ້ທີ 85  ກວດພົບເຊື້ອວັນທີ 22 ເມສາ 2021, ຜູ້ທີ 4 ຫຼື ຜູ້ທີ 92 ເປັນເພດຍິງ, ອາຍຸ 22 ປີ, ສັນຊາດ ລາວ, ອາຊີບຂາຍເຄື່ອງອອນລາຍ, ປະຈຸບັນຢູ່ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເປັນຜູ້ສຳຜັດ ກັບຜູ້ຕິດເຊື້ອທີ 59​ ກວດພົບເຊື້ອເມື່ອວັນທີ 21 ເມສາ 2021, ຜູ້ທີ 5 ຫຼື ຜູ້ທີ 93 ເປັນເພດຊາຍ, ອາຍຸ 25 ປີ, ສັນຊາດ ລາວ, ອາຊີບ ປະຊາຊົນ, ປະຈຸບັນຢູ່ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເປັນຜູ້ຕິດເຊື້ອມາຈາກກໍລະນີສຳຜັດກັບຜູ້ທີ 58  ກວດພົບເຊື້ອວັນທີ 22 ເມສາ 2021 ແລະ ຜູ້ທີ 6 ຫຼື ຜູ້ທີ 94 ເປັນ ເພດຊາຍ, ອາຍຸ 18 ປີ, ສັນຊາດລາວ, ອາຊີບຫວ່າງງານ, ປະຈຸບັນຢູ່ ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ກວດພົບເຊື້ອວັນທີ 22 ເມສາ 2021. 

ທ່ານ ດຣ ພອນປະດິດ ໃຫ້ຮູ້ຕື່ມວ່າ: ປັດຈຸບັນນີ້ທັງ 6 ຄົນໄດ້ນໍາຕົວໄປປິ່ນປົວຢູ່ໂຮງໝໍເປັນທີ່ຮຽບຮ້ອຍແລ້ວ ແລະ ເຫັນໄດ້ວ່າຜູ້ຕິດເຊື້ອໃໝ່ນີ້ສ່ວນຫຼາຍແມ່ນຕິດເຊື້ອມາຈາກກໍລະນີສໍາຜັດກັບຜູ້ຕິດເຊື້ອພະຍາດດັ່ງກ່າວມາກ່ອນ. 

Related Articles

Leave a Reply