ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ແຈ້ງໃຫ້ຮູ້ວ່າ: ການລະບາດຂອງພະຍາດໂຄວິດ-19 ຢູ່ລາວ ຍັງໜ້າເປັນຫ່ວງ ເພາະພຽງແຕ່ 20 ວັນ ສະເພາະເດືອນເມສາ 2021 ນີ້ປະເທດລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເຖິງ 45 ຄົນ ນີ້ສະແດງໃຫ້ເຫັນວ່າລື່ນຕົວເລກຜູ້ຕິດເຊື້ອໝົດປີ 2020, ຮ້າຍແຮງໄປຍິ່ງກວ່ານັ້ນແມ່ນພົບຜູ້ຕິດເຊື້ອພາຍໃນປະເທດຈາກຄົນນີ້ໄປຫາຄົນອື່ນໃນກຸ່ມ ແລະ ຈາກບຸກຄົນໃນກຸ່ມ ຂະຫຍາຍໄປຫາຜູ້ສໍາຜັດໃກ້ຊິດອື່ນຕໍ່ໄປ, ເຊິ່ງເຊື້ອພະຍາດດັ່ງ ກ່າວແມ່ນມາຈາກຕ່າງປະເທດທັງໝົດທີ່ມາແຜ່ລະບາດພາຍໃນ ປະເທດ. ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວທຸກທົ່ວໜ້າຈົ່ງໄດ້ຕິດຕາມຂໍ້ມູນຂ່າວສານຈາກຄະນະສະເພາະກິດທີ່ໄດ້ຖະແຫຼງຂ່າວ ແລະ ສື່ທາງການເທົ່ານັ້ນ ບໍ່ໃຫ້ ໄປເຊື່ອຂ່າວລື, ຂ່າວປອມ, ຂ່າວບິດເບືອນຄວາມຈິງຈາກ ສື່ສັງຄົມອອນລາຍທີ່ບໍ່ເປັນທາງການ ເປັນຕົ້ນເຟສບຸກ ແລະ ກຸ່ມເຄືອຂ່າຍ.
ຮອດມື້ວັນທີ 22 ເມສາ 2021, ປະເທດລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວ 94 ຄົນ, ໃນນີ້ຍັງນອນປິ່ນປົວຢູ່ສະຖານທີ່ປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຂວງທີ່ທາງຄະນະສະເພາະກິດກໍານົດໄວ້ຈຳນວນ 45 ຄົນ ຊຶ່ງຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 35 ຄົນ (ໃໝ່ 4), ຢູ່ໂຮງໝໍແຂວງຈຳປາສັກ 3 ຄົນ, ແຂວງສາລະວັນ 1 ຄົນ, ແຂວງສະຫວັນນະເຂດ 3 ຄົນ (ໃໝ່ 1), ແຂວງຄໍາມ່ວນ 1 ຄົນ, ແຂວງບໍລິຄໍາໄຊ 1 ຄົນ ແລະ ແຂວງບໍ່ແກ້ວ 1 ຄົນ.
ຂ່າວ: ວຽງຈັນທາຍ

