ຕາມແຫຼ່ງຂ່າວທີ່ບໍ່ເປັນທາງການໃນສື່ສັງຄົມອອນລາຍຕ່າງໆ ກ່ຽວກັບຂ່າວລື ກໍລະນີວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນພະນັກງານທະນາຄານຮ່ວມພັດທະນາລາວ (JDB) ສາຂາ ແຂວງເຊກອງ ຊຶ່ງໄດ້ສ້າງຄວາມສັບສົນ ແລະຄວາມຕື່ນຕົກໃຈໃຫ້ກັບພໍ່ແມ່ປະຊາຊົນທີ່ໄດ້ຕິດຕາມຂ່າວດັ່ງກ່າວ.
ທ່ານ ດຣ ຄໍາໄຫຼ ສັນຕິພູມ, ຫົວຫນ້າພະແນກສາທາລະນະສຸກແຂວງເຊກອງ ຮອງປະທານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID-19 ຂັ້ນແຂວງ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 22 ເມສາ 2021 ຜ່ານມານີ້ ກ່ຽວກັບຂ່າວລືດັ່ງກ່າວນັ້ນ ແມ່ນເປັນພຽງຂ່າວປອມ (ບໍ່ແມ່ນຄວາມຈິງ), ຊຶ່ງຜ່ານການສືບສວນສອບສວນຜູ້ກ່ຽວທີ່ຕົກເປັນກໍລະນີສົງໃສດັ່ງກ່າວ ຜູ້ກ່ຽວແມ່ນໄດ້ເດີນທາງມາຈາກແຂວງ ສະຫວັນນະເຂດ ທີ່ມີຜູ້ຕິດເຊື້ອ, ບໍ່ແມ່ນເປັນຜູ້ຕິດເຊື້ອ ແລະບໍ່ໄດ້ສໍາຜັດກັບກໍລະນີທີ່ຕິດເຊື້ອ.
ເພື່ອຄວາມປອດໄພຕໍ່ສັງຄົມ, ໃນ ວັນທີ 21 ເມສາ 2011 ເວລາ 10:00 ຜູ້ກ່ຽວຈຶ່ງໄດ້ໄປກວດຢູ່ໂຮງໝໍ ແຂວງ ເຊກອງ, ສະໝັກໃຈກວດຊອກເຊື້ອພະຍາດໂຄວິດ-19 ແລະ ພາກສ່ວນກ່ຽວຂ້ອງ ໄດ້ເກັບຕົວຢ່າງຜູ້ກ່ຽວ ແລະ ເພື່ອນຮ່ວມງານ ອີກ 5 ຄົນ ສົ່ງໄປກວດຢູ່ສູນວິເຄາະແຂວງຈໍາປາສັກ ແລະ ໄດ້ແຍກປ່ຽວຜູ້ກ່ຽວຢູ່ສູນຈໍາກັດບໍລິເວນຂອງແຂວງ ເພື່ອຕິດຕາມອາການ, ຊຶ່ງຜົນກວດອອກ ເວລາ 16:35 ນາທີ ຂອງວັນທີ 22 ເມສາ 2011 ເປັນລົບ ບໍ່ພົບເຊື້ອທັງ 6 ຄົນ ແລະ ຍັງສືບຕໍ່ຕິດຕາມອາການຢູ່ສູນຈໍາກັດບໍລິເວນ ທີ່ແຂວງກຳນົດໄວ້ ຈົນຄົບ 14 ວັນ.
ສະນັ້ນ ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ 19 ຂັ້ນແຂວງ ຈຶ່ງຢາກຮຽກຮ້ອງໃຫ້ທຸກຄົນໃນທົ່ວແຂວງເຊກອງ ບໍລິໂພກຂ່າວຈາກສື່ທີ່ເປັນທາງການເທົ່ານັ້ນ ຫຼື ໃຫ້ຕິດຕາມຂ່າວເຟສບຸກຂອງພະແນກສາທາລະນະສຸກ ແຂວງເຊກອງ, ຂ່າວສານຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ຂໍໃຫ້ບັນດາທ່ານຈົ່ງໄຕ່ຕອງ ໃຫ້ເລິກເຊິ່ງ ໃນການຮັບຂໍ້ມູນຂ່າວທີ່ບໍ່ເປັນທາງການ, ບໍ່ມີມູນຄວາມຈິງ ແລະ ຄວນມີສະຕິໃນການບໍລິໂພກຂ່າວສານຕາມ ສື່ສັງຄົມອອນລາຍ ຫຼື ຕາມຊ່ອງທາງອື່ນໆ, ບໍ່ຄວນແຊຕໍ່ຂ່າວທີ່ບໍ່ທັນໄດ້ຮັບການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ.
ຂ່າວ:ພຸດທະສອນ

