ພາຍຫຼັງທີ່ມີການແຜ່ລະບາດພາຍໃນປະເທດໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຊຶ່ງສະເພາະ 4 ວັນຄືນັບແຕ່ວັນທີ 20, 21, 22 ແລະ 23 ເມສາ 2021 ມີຜູ້ຕິດເຊື້ອເຖິງ 90 ຄົນ ຫຼື ສະເພາະມື້ວັນທີ 23 ເມສາ 2021 ມີຜູ້ຕິດເຊື້ອເຖິງ 60 ຄົນ (ສະເພາະຢູ່ນະຄອນຫຼວງວຽງຈັນ), ຮອງລັດຖະມົນຕີກະຊວງສາທາລະນະສຸກຮຽກຮ້ອງໃຫ້ປະຊາຊົນທຸກຊັ້ນຄົນປະຕິບັດຕາມຄໍາສັ່ງທ່ານນາຍົກລັດຖະມົນຕີຢ່າງເຂັ້ມງວດກໍ່ສາມາດປ້ອງກັນພະຍາດດັ່ງກ່າວໄດ້ແລ້ວ.
ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃນພິທີຖະ ແຫຼງຂ່າວເມື່ອວັນທີ 23 ເມສາ 2021 ທີ່ຜ່ານມານີ້ໃຫ້ຮູ້ວ່າ: ພະຍາດໂຄວິດ-19 ທີ່ແຜ່ລະບາດຢູ່ປະເທດລາວໃນປັດຈຸບັນນີ້ ແມ່ນສາຍພັນອັງກິດ ຖືວ່າມັນໄດ້ກາຍພັນ ສາມາດຕິດຕໍ່ຫາກັນໄວ, ແຕ່ສາມາດປ້ອງກັນໄດ້ຖ້າປະຕິບັດຕາມຄໍາສັ່ງຂອງ ທ່ານນາຍົກລັດຖະມົນຕີ ເຊັ່ນ: ຫ້າມຄົນຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສັງສັນຕ່າງໆ, ໃຫ້ວັດແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ນ້ຳຢາຂ້າເຊື້ອ ແລະ ຄໍາສັ່ງອື່ນໆຂອງທ່ານນາຍົກລັດຖະມົນຕີທີ່ຕິດພັນກັບມາດຕະການປ້ອງກັນພະຍາດດັ່ງກ່າວພວກເຮົາກໍ່ສາມາດປ້ອງກັນພະຍາດດັ່ງກ່າວໄດ້ແລ້ວ.
ສັງລວມແລ້ວ ຮອດວັນທີ 23 ເມສາ 2021, ປະເທດລາວມີຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວທັງໝົດ 159 ຄົນ ປິ່ນປົວຫາຍດີແລ້ວ 49 ຄົນ ແຕ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ.
ຂ່າວ: ວຽງຈັນທາຍ

