ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 88 ຄົນ

ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 88 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 24 ເມສາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 88 ຄົນໃນມື້ວັນທີ 24 ເມສາ 2021 ນີ້, ເພີ່ມຂຶ້ນ 23 ຄົນຖ້າທຽບກັບມື້ວັນທີ 23 ເມສາ 2021 ທີ່ຜ່ານມາ ຊຶ່ງມີຜູ້ຕິດເຊື້ອທັງໝົດ 65 ຄົນ.

ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມວ່າ: ຈໍານວນ 88 ຄົນທີ່ຕິດເຊື້ອດັ່ງກ່າວນັ້ນຢູ່ນະຄອນຫຼວງວຽງຈັນ 84 ຄົນ, ຢູ່ແຂວງບໍ່ແກ້ວ 2 ຄົນ ແລະ ຢູ່ແຂວງຈໍາປາສັກ 2 ຄົນ, ຊ່ຽວຊານຝ່າຍລາວ ແລະ ອົງການອະນາໄມໂລກ ຄາດນະເນເບື້ອງຕົ້ນຄາດວ່າ ຢູ່ນະຄອນຫຼວງວຽງຈັນຈະມີຜູ້ຕິດເຊື້ອພະຍາດດັ່ງກ່າວສູງເຖິງ 2.000 ຄົນ.

ສັງ​ລວມ​ແລ້ວ​ຮອດ​ວັນ​ທີ​24 ເມ​ສາ 2021 ລາວ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ​-19 ແລ້ວ​ຈຳ​ນວ​ນ 247 ຄົນ ໃນ​ນີ້​ປິ່ນ​ປົວ​ຫາຍ​ດີ​ແລ້ວ 49 ຄົນ.

Related Articles

Leave a Reply