ຕໍາຫຼວດກວດຄົນເຂົ້າເມືອງ ສປປ ລາວໃຫ້ຮູ້ວ່າ: ເພື່ອຫຼຸດຜ່ອນການລັກລອບກັບຄືນມາປະເທດແບບ ຜິດກົດໝາຍ ຂອງແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທ, ຕໍາຫຼວດກວດຄົນເຂົ້າອອກເມືອງ (ຕມ) ລາວ ແລະ ໄທ ເຫັນດີນຳກັນ ຫຼື ຕົກລົງນໍາກັນວ່າແຮງງານລາວທີ່ເຂົ້າໄປເຮັດວຽກຢູ່ໄທແບບຜິດ ກົດໝາຍ ສາມາດກັບບ້ານໃນໄລຍະນີີ້ໄດ້ໂດຍທີ່ເຈົ້າໜ້າທີ່ຈະບໍ່ເອົາໂທດໃດໆ ຫຼື ມີການປັບໃໝເງິນໃດໆທັງນັ້ນ ໂດຍອະນຸຍາດໃຫ້ຜ່ານດ່ານກວດກາແບບຖືກຕ້ອງຄືກັນກັບຜູ້ທີ່ມີເອກະສານ (ປື້ມຜ່ານແດນ) ຊຶ່ງການອະນຸຍາດດັ່ງກ່າວນີ້ແມ່ນນະໂຍບາຍຂອງ ຕມ ໄທ ໃຫ້ກັບປະເທດລາວໃນໄລຍະທີ່ມີການແຜ່ລະບາດ ຂອງ ພະຍາດໂຄວິດ-19 ແລະ ທັງເປັນນະໂຍບາຍຂອງ ຕມ ລາວທີ່ມີໃຫ້ແຮງງານລາວທີ່ມີຈຸດປະສົງກັບຄືນມາ ປະເທດໂດຍບໍ່ໃຫ້ລັກລອບກັບຄືນມາປະເທດແບບຜິດກົດໝາຍແຕ່ຕ້ອງຖືກຈໍາກັດບໍລິເວນ 14 ວັນກ່ອນໃຫ້ກັບບ້ານ.
ຂໍ້ມູນ: ຕໍາຫຼວດກວດຄົນເຂົ້າເມືອງ ສປປ ລາວ

