ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ (ນວ) ໃຫ້ຮູ້ວ່າ: ປັດຈຸບັນນີ້ໄດ້ກຽມຄວາມພ້ອມທຸກດ້ານແລ້ວໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ວ່າຈະເປັນທີມງານແພດໝໍ, ສະຖານທີ່ຈໍາກັດບໍລິເວນ, ອຸປະກອນການແພດຕ່າງໆ ທີ່ໄດ້ເຮັດວຽກປະສານງານຢ່າງໃກ້ຊິດກັບຊຽ່ວຊານອົງການອະນາໄມໂລກໂດຍສະເພາະແມ່ນການຈັດສັນເຄື່ອງມື ແລະ ອຸປະກອນທີ່ຈໍາເປັນລວມທັງໂຮງໝໍປິ່ນປົວ ແລະ ສະຖານທີ່ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ຊຶ່ງຄາດວ່າຈະມີຜູ້ຕິດເຊື້ອສູງສຸດປະມານ 2.000 ຄົນ. ສະເພາະໂຮງໝໍທີ່ປິ່ນປົວພະຍາດດັ່ງກ່າວປະກອບມີ 3 ໂຮງໝໍສູນກາງຄື: ໂຮງໝໍມິດຕະພາບ, ໂຮງໝໍ ມະໂຫສົດ ແລະ ໂຮງໝໍເສດຖາທິລາດ ຊຶ່ງ 3 ໂຮງໝໍດັ່ງກ່າວແມ່ນໂຮງໝໍຫຼັກ, ນອກນັ້ນຖ້າມີການແຜ່ລະບາດເປັນວົງກວ້າງເກີນທີ່ໂຮງໝໍ 3 ແຫ່ງນີ້ຈະຮັບໄດ້ ຍັງໄດ້ກະກຽມໂຮງໝໍແມ່ ແລະ ເດັກ, ໂຮງໝໍເດັກ, ໂຮງໝໍ 103 ກອງທັບ ແລະ ໂຮງໝໍ 5 ເມສາ ໄວ້ເຊັ່ນກັນຊຶ່ງໄດ້ສ້າງທີມງານແພດໝໍກະກຽມໄວ້ແລ້ວປະຈໍາຢູ່ແຕ່ລະໂຮງໝໍ ເພື່ອກຽມພ້ອມກັບກໍລະນີທີ່ເກີດຂຶ້ນ. ສະເພາະຕຽງນອນສໍາລັບຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ກຽມໄວ້ ມີ 216 ຕຽງ ຊຶ່ງຢູ່ໂຮງໝໍມິດຕະພາບ 80 ຕຽງ (ໃນນັ້ນມີຫ້ອງກະກຽມຄົນເຈັບໜັກ 12 ຕຽງ), ໂຮງໝໍ 103 ກອງທັບ 60 ຕຽງ ແລະ ໂຮງໝໍເສດຖາທິລາດ 76 ຕຽງ (ໃນນັ້ນຕຽງສໍາລັບຄົນເຈັບ 6 ຕຽງ), ໃນກໍລະນີຄົນເຈັບລົ້ນເກີນຄວາມສາມາດຮອງຮັບຂອງໂຮງໝໍ 3 ແຫ່ງຮັບໄດ້ ຄືມີຄົນເຈັບກາຍ 216 ຄົນ ກໍ່ໄດ້ກຽມສະໜາມກິລາຢູ່ຫ້ວຍຫົງໄວ້ຮອງຮັບຊຶ່ງມີປະມານ150 ຕຽງ, ຖ້າລົ້ນຢູ່ສະໜາມກິລາຫ້ວຍຫົງ ຈະມີສະໂມສອນຢູ່ຫຼັກ 27 ສາມາດຮອງຮັບຄົນເຈັບໄດ້ທັງໝົດ 500 ຕຽງ ແລະ ຖ້າຫາກລົ້ນຢູ່ສະໂມສອນຫຼັກ 27 ກໍ່ຈະເອົາຢູ່ສະໜາມກິລາຫຼັກ 16 ທີ່ສາມາດຮອງຮັບໄດ້ປະມານ 500 ຕຽງ ລວມທັງໝົດ 1.366 ຕຽງໄວ້ຮອງຮັບ.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ສະເພາະການສັກຢາວັກຊີນເລີ່ມມາແຕ່ເດືອນທັນວາ 2020 ຮອດປັດຈຸບັນນີ້ ສາມາດສັກໃຫ້ປະຊາຊົນກຸ່ມສ່ຽງໄດ້ແລ້ວ 102.310 ຄົນສໍາລັບເຂັມທີ 1 ແລະ ເຂັມທີສອງສາມາດສັກໄດ້ແລ້ວ 57 215 ຄົນ ຊຶ່ງຄາດວ່າໝົດປີ 2021 ຈະສາມາດສັກຢາວັກຊີນຕ້ານໂຄວິດໄດ້ປະມານ 22% ພົນລະເມືອງລາວ ໂດຍມີການແຈກຢາຍສັກວັກຊີນຢູ່ບັນດາໂຮງໝໍ ແລະ ເຂດຊຸມຊົນ.
ຂ່າວ: ວຽງຈັນທາຍ

