ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 26 ເມສາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເມື່ອວັນທີ 26 ເມສາ 2021 ນີ້ສູງເຖິງ 113 ຄົນ, ຜູ້ຕິດເຊື້ອຈໍານວນດັ່ງກ່າວແມ່ນຢູ່ນະຄອນຫຼວງວຽງຈັນ 31 ຄົນ, ແຂວງຈໍາປາສັກ 54 ຄົນ, ສະຫວັນນະເຂດ 13 ຄົນ, ແຂວງວຽງຈັນ 1 ຄົນ, ບໍ່ແກ້ວ 7 ຄົນ, ຜົ້ງສາລີ 2 ຄົນ, ເຊກອງ 1 ຄົນ, ອຸດົມໄຊ 2 ຄົນ, ຫຼວງພະບາງ 1 ຄົນ ແລະ ແຂວງໄຊຍະບູລີ 1 ຄົນ (ແຂວງອຸດົມໄຊ, ຜົ້ງສາລີ, ເຊກອງ ແລະ ໄຊຍະບູລີເປັນແຂວງທີ່ມີຜູ້ຕິດເຊື້ອໃໝ່). ຮອດປັດຈຸບັນນີ້, ປະເທດລາວມີຜູ້ຕິດເຊື້ອສະສົມແລ້ວ 436 ຄົນ ໃນນີ້ປິ່ນປົວຫາຍດີ 49 ຄົນ. ຍັງແຕ່ 4 ແຂວງທີ່ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວປະກອບມີ: ແຂວງອັດຕະປື, ໄຊສົມບູນ, ຫົວພັນ ແລະ ຊຽງຂວາງ.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ເພື່ອເປັນການປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມເປັນວົງກວ້າງ ແລະ ຍາກທີ່ຈະຢັບຢັ້ງ ຂໍຮຽກຮ້ອງໃຫ້ທຸກຊັ້ນຄົນຈົ່ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ, ເລີ່ມຈາກຕົວເຮົາເອງ, ຈາກເຮືອນເຮົາເອງ, ຈາກບ້ານເຮົາເອງ ແລະ ອື່ນໆ.
ພາຍຫຼັງທີ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນແຕ່ລະວັນ ໂດຍສະເພາະນັບແຕ່ເດືອນເມສານີ້ ໂດຍມີຈໍານວນເພີ່ມຂຶ້ນເລື້ອຍໆນັ້ນ, ເກືອບທຸກບ້ານໃນແຕ່ລະເມືອງພາຍໃນນະຄອນຫຼວງວຽງຈັນໄດ້ມີການ ປິດການເຂົ້າ-ອອກ ນອກນັ້ນຍັງມີບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານກໍ່ ມີການປິດການ ເຂົ້າ-ອອກເຊັ່ນກັນເຊັ່ນ: ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ຄໍາມ່ວນ, ແຂວງບໍ່ແກ້ວ ແລະ ແຂວງອື່ນໆ.

