ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າໂດຍທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວເມື່ອວັນທີ 26 ເມສາ 2021 ນີ້ໃຫ້ຮູ້ວ່າ: ມື້ວັນທີ 26 ນີ້, ສປປ ລາວເຮົາກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ສູງເຖິງ 113 ຄົນ ພຽງແຕ່ວັນດຽວ, ແຕ່ບາງປະເທດໃນຂົງເຂດອາຊີພວກເຮົາມີລາຍງານຜູ້ຕິດເຊື້ອໃໝ່ ເກືອບລ້ານຄົນ ພາຍໃນ 3 ມືື້, ບັນຫາສໍາຄັນພວກເຮົາໝົດທຸກຄົນຕ້ອງໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດມາດ ຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ກໍ່ຄືແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຄໍາແນະນໍາຂອງຂະແໜງການກ່ຽວຂ້ອງ ຄຽງຄູ່ກັນກັບການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກວິທີໂດຍການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ, ລ້າງມືດ້ວຍສະບູດ້ວຍນໍ້າສະອາດ ຫຼື ເຈວລ້າງມືຂ້າເຊື້ອ ເລື້ອຍໆ, ເວັ້ນໄລຍະຫ່າງທາງສັງຄົມຢ່າງໜ້ອຍ 1 ແມັດຂຶ້ນໄປ, ຫຼີກລ້ຽງການໄປສະຖານທີ່ແອອັດ.
ທ່ານ ຮສ.ດຣ ພູທອນໃຫ້ຮູ້ຕື່ມວ່າ: ການປະຕິບັດທັງໝົດນີ້ກໍ່ເພື່ອປ້ອງກັນຕົວທ່ານເອງ, ຄົນໃນຄອບຄົວຂອງທ່ານ ແລະ ສັງຄົມ ໃຫ້ປອດໄພຈາກເຊື້ອພະຍາດໂຄວິດ-19. ການມີ ສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມມີສ່ວນສໍາຄັນຢ່າງຍິ່ງທີ່ຈະນໍາພາປະເທດຂອງພວກເຮົາ ກ້າວຂ້າມຜ່ານວິກິດໃນຄັ້ງນີ້ໄດ້. ເພື່ອໃຫ້ທ່ານສາມາດຮັບຂໍ້ມູນ-ຂ່າວສານທີ່ຖືກຕ້ອງກ່ຽວກັບພະຍາດດັ່ງກ່າວຂໍໃຫ້ທ່ານຕິດ ຕາມຂໍ້ມູນ-ຂ່າວສານຈາກສື່ທີ່ເປັນທາງ ການເທົ່ານັ້ນ.

