ທ່ານ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ (ປກສ) ທັງເປັນຫົວໜ້າຄະນະອະນຸກຳມະການຮັບຜິດຊອບໂຄງການປູກໄມ້ວິກ ໄດ້ລົງກວດກາຄວາມພ້ອມໃນການບຸກເບີກເນື້ອທີ່ສວນ 25 ເຮັກຕາ ເພື່ອກະກຽມປູກຕົ້ນວິກ ຢູ່ໂຮງຮຽນວັດທະນະທຳຫຼັກ 67 ທີ່ບ້ານນ້ຳແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ, ເມື່ອວັນທີ 7 ພຶດສະພາ ຜ່ານມານີ້.
ທ່ານ ພັທ ທະວີພອນ ຮັກໜໍ່ລາດ ອຳນວຍການໂຮງຮຽນວັດທະນະທຳຫຼັກ 67 ທັງເປັນຄະນະກຳມະການຮັບຜິດຊອບໂຄງການປູກໄມ້ວິກ ໄດ້ກ່າວວ່າ: ພາຍຫຼັງ ຄະນະກົມໃຫຍ່ການເມືອງ ປກສ ໄດ້ອະນຸມັດໃຫ້ນຳໃຊ້ທີ່ດິນຈໍານວນ 25 ເຮັກຕາ ທີ່ໂຮງຮຽນວັດທະນະທຳຫຼັກ 67, ຄະນະກຳມະການຮັບຜິດຊອບໂຄງການປູກໄມ້ວິກ ຈຶ່ງມອບໃຫ້ບໍລິສັດປ໋ອບກໍ່ສ້າງຂົວທາງ ຈໍາກັດ ເປັນຜູ້ຮັບເໝົາບຸກເບີກເນື້ອທີ່ ຈໍານວນ 25 ເຮັກຕາ ຊຶ່ງມາເຖິງປັດຈຸບັນ ການບຸກເບີກ ແມ່ນສຳເລັດແລ້ວ 100% ແລະ ລໍຖ້າຮອດມື້ກຳນົດປູກກໍຈະລົງມືປູກຕົ້ນວິກຢ່າງເປັນທາງການ, ຄາດວ່າຈະນຳໃຊ້ເບ້ຍໄມ້ວິກ ທັງໝົດ 26.000 ກ່ວາຕົ້ນ.
ສໍາລັບ ແຮງງານທີ່ຈະມາປູກ ແລະ ບົວລະບັດເບ້ຍໄມ້ ແມ່ນລະດົມໃຫ້ພໍ່-ແມ່ປະຊາຊົນ ຢູ່ບ້ານໂພນຄ້ອງ ເມືອງໂພນໂຮງ ແຂວງວຽງຈັນ ຈໍານວນ 16 ຄອບຄົວ ພ້ອມທັງອະນຸຍາດໃຫ້ບັນດາຄອບຄົວທີ່ປູກເບ້ຍໄມ້ໃຫ້ນັ້ນ ສາມາດປູກພືດຊະນິດຕ່າງໆສັບໃສ່ຫວ່າງເບ້ຍຕົ້ນວິກໄດ້ ໂດຍບໍ່ໄດ້ເສຍຄ່າເຊົ່າທີ່ດິນ.
ຂໍ້ມູນ: ຈັນສະໝອນ ໝື່ນສີ

