ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງໂຂງ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ປະຊາຊົນທຸກຊັ້ນຄົນທີ່ໄປຮັບການສັກຢາວັກຊີນປ້ອງ ກັນໂຄວິດ-19 ແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ. ສະເພາະມີຜູ້ບໍ່ຫວັງດີຊື່ວ່າເພັດນ້ອຍ ໜໍ່ພູໄທ ທີ່ໄດ້ນຳຮູບພາບ ແລະ ຄລິບສຽງໂດຍມີເນື້ອໃນບິດເບືອນຄວາມຈິງທີ່ວ່າການທີ່ປະຊາຊົນເມືອງ ໂຂງ ໄປຮັບການສັກຢາວັກຊີນໄດ້ເສຍຄ່າບໍລິການທີ່ວ່າ ປະຊາຊົນທົ່ວໄປແມ່ນເສຍຄົນລະ 50.000 ກີບ ແລະ ຖ້າເປັນພະນັກງານລັດເສຍຄົນລະ 600.000 ກີບ ນັ້ນຂໍຢັ້ງຢືນວ່າແມ່ນບໍ່ມີມູນ ຄວາມຈິງ (ຂ່າວປອມ).
ຄະນະສະເພາະກິດໃຫ້ຮູ້ຕື່ມອີກວ່າ: ການບໍລິການເຄື່ອນໄຫວສັກວັກຊີນປ້ອງກັນພະ ຍາດ ໂຄວິດ-19 ພາຍໃນເມືອງໂຂງນັ້ນ ພະແນກສາທາລະນະສຸກແຂວງຈຳປາສັກໄດ້ລົງສົມທົບ ກັບຫ້ອງການສາທາລະນະສຸກເມືອງ ໂດຍມີການຈັດຕັ້ງຈຸດສັກຢາຢູ່ໂຮງໝໍເມືອງ; ໃນນັ້ນ ໄດ້ໃຊ້ທິມງານແພດເຄື່ອນທີ່ໄປບ່ອນຊຸມຊົນ 1 ທີມເປັນຕົ້ນ: ຈຸດໂຮງໝໍນ້ອຍນາກະສັງ, ໂຮງໝໍນ້ອຍຂີ້ນາກ, ໂຮງໝໍນ້ອຍໂພນສະອາດ ແລະ ຈຸດຕະຫຼາດເມືອງແສນ ຊຶ່ງການສັກຢາດັ່ງກ່າວແມ່ນບໍລິການຟຣີໃຫ້ກັບປະຊາຊົນ.

